ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ: ເປີດປະຕູໂຮງຮຽນຄືນໃໝ່ ແມ່ນມີປະໂຫຍດສຳລັບເດັກນ້ອຍທີ່ສຸດ
(VOVWORLD) - ກອງທຶນເພື່ອເດັກ ສປຊ ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ແຜນການຂອງລັດຖະບານ ຫວຽດນາມ ກ່ຽວກັບການເປີດປະຕູໂຮງຮຽນຄືນໃໝ່ໃນຂອບເຂດທົ່ວປະເທດໃນທຸກຊັ້ນຮຽນ ພາຍຫຼັງທີ່ປິດປະຕູມາເປັນໄລຍະຍາວຍ້ອນໂລກລະບາດໂຄວິດ - 19.
(ພາບ: tuoitre.vn) |
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານນາງ Rana Flowers ຫົວໜ້າຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ການເປີດປະຕູໂຮງຮຽນຄືນໃໝ່ແມ່ນມີປະໂຫຍດສຳລັບເດັກນ້ອຍຫຼາຍທີ່ສຸດ, ເພາະວ່າ ການປິດປະຕູໂຮງຮຽນເປັນເວລາຍາວນານ ຈະສົ່ງຜົນກະທົບບໍ່ດີ. ເພື່ອຮັບປະກັນຄວາມປອດໄພ ໃນເວລາໄປໂຮງຮຽນໃນສະພາບໂລກລະບາດຄືໃນປັດຈຸບັນ, ທ່ານນາງ Rana Flowers ຕີລາຄາວ່າ ຫວຽດນາມ ພວມຜັນຂະຫຍາຍວິທີດີທີ່ສຸດ, ນັ້ນແມ່ນສືບຕໍ່ປະຕິບັດ 5 ມາຕດະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັບປະກັນການສັກວັກຊິນຢ່າງຄົບຖ້ວນ, ບວກກັບສັກເຂັມທີສາມໃຫ້ແກ່ຜູ້ໃຫຍ່.