(vovworld) - ບົດລາຍງານທີ່ກອງປະຊຸມພະນັກງານລັດຖະກອນ ແລະ ສະຫລຸບວຽກງານປີ 2014 ຂອງຫ້ອງວ່າການປະທານປະເທດ, ຖືກຈັດຂຶ້ນໃນຕອນເຊົ້າວັນທີ 21/1 ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ: ປີ 2014, ສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ. ຢູ່ພາຍໃນປະເທດ, ເສດຖະກິດ-ສັງຄົມມີຄວາມໝັ້ນຄົງ ແຕ່ຍັງຄົງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ… ໃນສະພາບການນັ້ນ, ຫ້ອງວ່າການປະທານປະເທດ ໄດ້ສຸມໃສ່ຜັນຂະຫຍາຍທິດທາງວຽກງານປີ 2014 ບັນລຸບັນດາຜົນງານທີ່ຕັ້ງໜ້າ. ໂດຍຮັບຮູ້ບັນດາຜົນງານທີ່ບັນລຸໄດ້ໃນປີ 2014, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: ດ້ວຍບົດບາດສຳຄັນທີ່ສຸດຂອງຕົນ ພະນັກງານຫ້ອງວ່າການປະທານປະເທດ ຄວນມານະພະຍາຍາມກ່ວາອີກໃນວຽກງານເປັນເສນາທິການ. ເນັ້ນໜັກລັດຖະທຳມະນູນ 2013 ໄດ້ມີຜົນສັກສິດ, ມີການປັບປຸງເປີດກ້ວາງສິດອຳນາດຂອງປະທານປະເທດ. ສະນັ້ນເລື່ອງຫັນບັນດາຮ່າງກົດໝາຍເປັນລະບອບກົດໝາຍແມ່ນສຳຄັນທີ່ສຸດຄວນສຸມໃສ່ປະກອບຄຳເຫັນ ເພື່ອຮັບຮອງເອົາບັນດາຮ່າງກົດໝາຍໂດຍໄວ, ເພື່ອແນໃສ່ນຳລັດຖະທຳມະນູນ, ກົດໝາຍກ້າວເຂົ້າສູ່ຊີວິດຢ່າງແທ້ຈິງ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ:
“ນັບແຕ່ປີ 2013, ບົດບາດໜ້າທີຂອງປະທານປະເທດມີການປ່ຽນແປງ, ສືບທອດບົດບາດໜ້າທີ່ເກົ່າ ແລະ ເປີດກວ້າງຕື່ມອີກ. ພາຍໃຕ້ການຊີ້ນຳ, ນຳພາຂອງສູນກາງ ແລະ ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດໄດ້ ຜັນຂະຫຍາຍ, ຊາບຊືມລັດຖະທຳມະນູນຢ່າງແຮງ ແລະ ສ້າງກົດໝາຍກ່ຽວກັບການຈັດຕັ້ງ, ບັນດາອົງການລັດ ແລະ ກົດໝາຍສະເພາະຂະແໜງ. ປີ 2014, ແມ່ນປີຈຸດສຸມ ແລະ ປີນີ້ກໍ່ແມ່ນປີຈຸດສຸມເພື່ອສ້າງເປັນລະບົດກົດໝາຍໂດຍພື້ນຖານ, ກ່ຽວກັບການຈັດຕັ້ງກົງຈັກບໍລິຫານ ຂອງກົງຈັກລັດ ພ້ອມກັບກົດໝາຍສະເພາະຂະແໜງ, ສືບຕໍ່ປັບປຸງກົດໝາຍສະເພາະຂະແໜງໃຫ້ຊຸມປີຕໍ່ໄປ”.