ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວປະກາດກົດໝາຍ9ສະບັບແລະມະຕິ2ສະບັບ
ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວ
ປະກາດບັນດາຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ
(ພາບ: congly.com.vn)
(vovworld) – ຕອນເຊົ້າວັນທີ 18/12, ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວ, ປະກາດບັນດາຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 9 ສະບັບ, ມະຕິ 2 ສະບັບ ຫາກໍ່ໄດ້ຮັບການຮອບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ກົດໝາຍ 9 ສະບັບລວມມີ: ກົດໝາຍວ່າດ້ວຍຄວາມປອດໄພໃນການສື່ສານທາງເຄືອຂ່າຍອິນເຕີແນັດ; ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະສະພາປະຊາຊົນ; ກົດໝາຍວ່າດ້ວຍສະຖິຕິ; ກົດໝາຍວ່າດ້ວຍອຸຕຸນິຍົມອຸທົກກະສາດ; ປະມວນກົດໝາຍວ່າດ້ວຍການເດີນທະເລ ຫວຽດນາມ; ກົດໝາຍວ່າດ້ວຍການບັນຊີ; ກົດໝາຍວ່າດ້ວຍຄ່າບໍລິການ ແລະ ຄ່າທຳນຽມ; ກົດໝາຍວ່າດ້ວຍການລົງປະຊາມະຕິ; ກົດໝາຍວ່າດ້ວຍພົນທະຫານອາຊີບ, ກຳມະກອນພາລະກອນ ແລະ ລັດຖະກອນປ້ອງກັນຊາດ. ມະຕິ 2 ສະບັບລວມມີ: ມະຕິປະກາດໃຊ້ກ່ຽວກັບກົດລະບຽບກອງປະຊຸມສະໄໝສາມັນສະພາແຫ່ງຊາດ; ມະຕິກ່ຽວກັບການໃຫ້ສັດຕະຍາບັນອະນຸສັນຍາສະບັບປັບປຸງ ສັນຍາສ້າງຕັ້ງອົງການການຄ້າ ໂລກ.