ຫາງສຽງກ່າວປະນາມກໍລະນີ ບຸກໂຈມຕີແບບກໍ່ການຮ້າຍຢູ່ຝະລັ່ງ
(ພາບປະກອບ)
|
(vovworld)- ທ່ານນາຍົກລັດຖະມົນຕີຝະລັ່ງ Manuel Valls ໃຫ້ຮູ້ວ່າ ຝະລັ່ງຈະໄວ້ທຸກລະດັບຊາດ 3 ວັນນັບແຕ່ວັນທີ 16/7 ສຳລັບບັນດາຜູ້ຮັບເຄາະຮ້າຍໃນເຫດບຸກໂຈມຕີອັນສະຫຍອງຂວັນດ້ວຍລົດບັນທຸກຢູ່ Nice ປະເທດຝະລັ່ງເມື່ອວັນທີ 14/7. ໃນຂະນະນັ້ນ, ການນຳບັນດາປະເທດອາຣັບ ເຂດອ່າວເປີເຊຍ ແລະ ຫຼາຍປະເທດອາຊີໄດ້ພ້ອມກັນກ່າວປະນາມກໍລະນີບຸກໂຈມຕີອັນສະຫຍອງຂວັນດ້ວຍລົດບັນທຸກຢູ່ Nice ປະເທດຝະລັ່ງໃນວັນຊາດ 14/7 ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 84 ຄົນ ແລະ ປະມານ 150 ຄົນໄດ້ຮັບບາດເຈັບ. ສ່ວນ 6 ປະເທດສະມາຊິກ GCC ກໍໄດ້ອອກຖະແຫຼງການກ່າວປະນາມຢ່າງຮຸນແຮງເຫດບຸກໂຈມຕີອັນສະຫຍອງຂວັນດ້ວຍລົດບັນທຸກຢູ່ Nice ປະເທດຝະລັ່ງ. ຊາອຸດິ ອາຣາເບຍ, ສະຫະລັດອາຣັບເອັມມີເລັດ, ເອຢິບ ກໍລ້ວນກ່າວປະນາມກໍລະນີບຸກໂຈມຕີອັນສະຫຍອງຂວັນດັ່ງກ່າວ.
ໃນວັນດຽວກັນ, ຈີນ, ອົດສະຕາລີ, ອີນເດຍ, ປາກິສະຖານກໍໄດ້ກ່າວປະນາມກໍລະນີບຸກໂຈມຕີແບບກໍ່ການຮ້າຍນີ້ ພ້ອມທັງແບ່ງເບົາຄວາມເສົ້າສະລົດໃຈ ແລະ ເຈັບປວດໄປຍັງບັນດາຄອບຄົວທີ່ມີຜູ້ຮັບເຄາະຮ້າຍ.
ກ່າວຄຳເຫັນຢູ່ນອກກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ 11(ASEM 11) ໄດ້ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງ ອູລານບາຕໍ ເທດມົງໂກນ, ທ່ານນາງນາຍົກລັດຖະມົນຕີເຢັຍລະມັນ Angela Merkel ໄດ້ຢືນຢັນວ່າ ປະເທດນີ້ຈະຮຽງບ່າຮຽງໄຫຼ່ພ້ອມກັບຝະລັ່ງໃນການສູ້ຮົບຕ້ານກໍ່ການຮ້າຍ. ສ່ວນປະທານາທິບໍດີ ສະວິດ, ປະທານາທິບໍດີລັດເຊຍ ປູຕິນ ໄດ້ ກ່າວປະນາມກໍລະນີບຸກໂຈມຕີອັນສະຫຍອງຂວັນດ້ວຍລົດບັນທຸກຢູ່ Nice ປະເທດຝະລັ່ງ ພ້ອມທັງສົ່ງໂທລະເລກ ແບ່ງເບົາຄວາມເສົ້າສະລົດໃຈ ແລະ ເຈັບປວດໄປຍັງບັນດາຄອບຄົວທີ່ມີຜູ້ຮັບເຄາະຮ້າຍຈາກເຫດ ບຸກໂຈມຕີແບບກໍ່ການຮ້າຍນີ້