ຫາງສຽງກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີຍີ່ປຸ່ນເຂົ້າໄຫວ້ອາໄລຢູ່ວິຫານYasukuni
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ
(ພາບ: ສຳນັກຂ່າວສານ ຊິນຮົວ-TTXVN)
(vovworld) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ໄປໄຫວ້ອາໄລຢູ່ວິຫານ Yasukuni ໃນວັນທີ 26/12 ເນື່ອງໃນໂອກາດສະເຫຼີມສະຫຼອງການເຂົ້າດຳລົງຕຳແໜ່ງມາເປັນເວລາ 1 ປີ. ພາຍຫຼັງເຫດການນີ້, ບັນດາປະເທດຄື: ຈີນ, ສ ເກົາຫຼີ ໄດ້ຄັດຄ້ານຢ່າງຮຸນແຮງ ສ່ວນ ອາເມລິກາ ສະແດງຄວາມເສຍຫວັງກ່ຽວກັບການກະທຳອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນໃນພາກພື້ນ.
ຕໍ່ຈາກຄຳຖະແຫຼງຕຳນິຕິຕຽນຂອງກະຊວງການຕ່າງປະເທດ ຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໄດ້ຮຽກຕົວເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ປັກກິ່ງ ມາເພື່ອສົ່ງຈົດໝາຍທາງການ “ຄັດຄ້ານຢ່າງຮຸນແຮງ”. ສ່ວນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ປັກກິ່ງ ຮັບຮູ້ວ່າ: ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວແຢນຕູງ ແລະ ຄະນະສະມາຊິກສະພາແຫ່ງຊາດ ຍີ່ປຸ່ນ ທີ່ພວມຢູ່ຢ້ຽມຢາມ ຈີນ ໄດ້ຖືກລົບລ້າງແລ້ວ. ໃນຂະນະນັ້ນ, ສ ເກົາຫຼີ ກໍ່ສະແດງຄວາມໂກດແຄ້ນສຳລັບການຢ້ຽມຢາມ ວິຫານ Yasukuni ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.
ວັນທີ 26/12, ສະຖານທູດ ອາເມລິກາ ປະຈຳ ໂຕກຽວ ໃຫ້ຮູ້ວ່າ: ວໍຊິງຕັນ ເສຍຫວັງຕໍ່ການຢ້ຽມຢາມ ວິຫານ Yasukuni ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ການກະທຳດັ່ງກ່າວເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເພີ່ມຂຶ້ນ.