(vovworld) - ບັນດານັກວິທະຍາສາດ,ນັກຄົ້ນຄ້ວາກໍຄືຊາວປະມົງຢູ່ນະຄອນ ດາຫນັງ ໄດ້ຄັດຄ້ານຢ່າງແຮງຕໍ່ເລື່ອງ ຈີນ ນຳຮ້ານເຈາະນ້ຳມັນ HD 981 ແລະ ກຳປັ່ນໃຫຍ່ຫລາຍລຳ, ນັບທັງກຳປັ່ນທະຫານເຂົ້າເຄື່ອນໄຫວຢູ່ເຂດໄຫລ່ທະວີບ ຂອງຫວຽດນາມ ແຕ່ວັນທີ 1/5/2014 ມາຮອດປະຈຸບັນ. ທ່ານ ບຸ່ຍວັນຕຽງ, ປະທານສະມາຄົມວິທະຍາສາດປະຫວັດສາດ ນະຄອນ ດາຫນັງ ຢືນຢັນວ່າ: ການກະທຳດັ່ງກ່າວຂອງຈີນແມ່ນບໍ່ຖືກຕ້ອງຕາມກົດໝາຍ.
“ເລື່ອງຝ່າຍຈີນ ນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ບໍລິເວນໃກ້ກັບເກາະ ລີເຊີນ ຊື່ງແມ່ນເຂດທີ່ຂຶ້ນກັບເຂດນ່ານທະເລຂອງຫວຽດນາມ ແລະ ເມືອງເກາະ ຮ່ວາງຊາ, ຂຶ້ນກັບນະຄອນ ດາຫນັງ. ນີ້ແມ່ນຄວາມຈິງປະຫວັດສາດທີ່ບໍ່ອາດປະຕິເສດ ແລະ ຖົກຖຽງໄດ້. ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນການກະທຳລະເມີດຂອງຈີນສຳລັບອະທິປະໄຕທີ່ສັກກະລະບູຊາຂອງຫວຽດນາມ.”
ກຳປັ່ນຈີນ ພວມບຸກໂຈມຕີກຳປັ່ນຫວຽດນາມ
ພາບ:internet
|
ໃນຂະນະນັ້ນ, ຫາງສຽງສາກົນ ສືບຕໍ່ຄັດຄ້ານການກະທຳຂອງຈີນ. ວັນທີ 7/5, ກະຊວງການຕ່າງປະເທດ ອາເມລິກາ ອີກຄັ້ງຫນຶ່ງ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການກະທຳຕາມລຳພັງຝ່າຍດຽວ, ອັນຕະລາຍ ແລະ ເກາະຜິດ ຂອງຈີນ ຢູ່ ທະເລຕາເວັນອອກ ພ້ອມທັງ ຢືນຢັນວ່າ: ເຂດເສດຖະກິດພິເສດຂອງຫວຽດນາມ ຢູ່ ທະເລຕາເວັນອອກ ຖືກກຳນົດຕາມກົດໝາຍສາກົນ. ກ່າວຄຳເຫັນຕໍ່ນັກຂ່າວຢູ່ ນະຄອນຫລວງ ວໍຊີງຕັນ ດີຊີ, ທ່ານນາງ Jen Psaki, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ເລື່ອງຈີນ ນຳຮ້ານເຈາະນຳ້ມັນເຂົ້າເຂດເກີດການພິພາດຢູ່ທະເລຕາເວັນອອກຕາມລຳພັງຝ່າຍດຽວ ແມ່ນບໍ່ຊ່ວຍຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ກ່ຽວກັບເລື່ອງກຳປັ່ນ ຂອງຈີນ ຕັ້ງໃຈຕຳ່ກຳປັ່ນຂອງຫວຽດນາມ ຢູ່ ທະເລຕາເວັນອອກ, ທ່ານນາງ Jen Psaki ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມວິຕົກກັງວົນຕໍ່ການການກະທຳທີ່ອັນຕະລາຍ ແລະ ນາບຂູ່ດ້ວຍກຳປັ່ນຢູ່ເຂດເກີດການພິພາດ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ທຸກຝ່າຍຕ້ອງລະງັບໃຈ, ມີວິທີແກ້ໄຂຢ່າງປອດໄພ ແລະ ສອດຄ່ອງ, ແກ້ໄຂການພິພາດອະທິປະໄຕໂດຍສັນຕິວິທີ, ດ້ວຍທາງການທູດ ແລະ ສອດຄອ່ງກັບກົດໝາຍສາກົນ.
ກ່ຽວກັບທັດສະນະຂອງອາເມລິກາ ສຳລັບເຂດ 9 ຕອນເຊິ່ງຈີນ ໄດ້ຖະແຫຼງພຽງຝ່າຍດຽວບົນທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດອາເມລິກາ ຊີ້ແຈ້ງວ່າ.
“ຫວຽດນາມ ໄດ້ປະກາດເຂດເສດຖະກິດພິເສດ 200 ໄມທະເລໂດຍອີ່ງໃສ່ເຂດຝັ່ງທະເລຂອງຫວຽດນາມ ແລະ ຖືກຕາມກົດໝາຍວ່າດ້ວຍທະເລ. ແຕ່ວ່າ, ຈີນ ພັດມີທັດສະນະກົງກັນຂ້າມ. ນັ້ນແມ່ນເຫດຜົນທີ່ພວກເຮົາຮຽກຮ້ອງໃຫ້ຝ່າຍຕ່າງໆບໍ່ຍົກອອກບັນດາການເຄື່ອນໄຫວເກາະຜິດ ແລະ ພຽງຝ່າຍດຽວຢູ່ບັນດາເຂດເກີດການພິພາດໃກ້ກັບເກາະຕ່າງໆຢູ່ໃນທະເລຕາເວັນອອກ”.
ສ່ວນຢູ່ ເອີລົບ, ນັກຮຽນຮູ້ ອີຕາລີ ຫລາຍທ່ານຖືວ່າ: ຈີນ ພວມຕັ້ງໃຈກໍ່ຄວາມເຄັ່ງຕຶງ, ນາບຂູ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມປອດໄພການເດີນທະເລຢູ່ ທະເລຕາເວັນອອກ.
ເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງຫວຽດນາມ
(vovworld) -ວັນທີ 8/5, ປະຊາຊົນຫວຽດນາມແລະຫາງສຽງສາກົນສືບຕໍ່ຄັດຄ້ານເລື່ອງຈີນ ນຳຮ້ານເຈາະນ້ຳມັນ HD 981 ເຂົ້າເຄື່ອນໄຫວຢູ່ເຂດໄຫລ່ທະວີບ ຂອງຫວຽດນາມ ແລະ ຖືວ່າ ນີ້ແມ່ນການລ່ວງລະເມີດອະທິປະໄຕຂອງຫວຽດນາມ ຢູ່ ທະເລຕາເວັນອອກ. ຕາມທ່ານ ໂດບີງເຢືອງ, ຢູ່ຕາແສງ ເຄີມທຽນ ເມືອງ ດົງດາ, ຮ່າໂນ້ຍ ແລ້ວ, ຫວຽດນາມ ມີຫລັກຖານດ້ານກົດໝາຍ ແລະ ປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕສຳລັບເຂດເສດຖະກິດຈຳເພາະ, ເຂດໄຫລ່ທະວີບ ຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982. ທ່ານ ໂດບີງເຢືອງ ເວົ້າວ່າ:
“ການຂັດແຍ່ງກ່ຽວກັບທະເລ, ໝູ່ເກາະ ແລະ ເຂດໄຫລ່ທະວີບ ໄດ້ເກີດຂຶ້ນຫລາຍ ແລ້ວ. ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ ຫາກນັບທັງບາງປະເທດໃນໂລກ ກໍເຮັດໃຫ້ຂ້າພະເຈົ້າ ຂັດໃຈ. ລັດຖະບານຫວຽດນາມ ໄດ້ນຳໃຊ້ນະໂຍບາຍສັນຕິພາບເພື່ອແກ້ໄຂການພິພາດ ແຕ່ຝ່າຍຈີນ ໄດ້ນຳໃຊ້ກຳປັ່ນທະຫານເພື່ອກໍ່ກຳລັງດັນ, ສະນັ້ນ ຂ້າພະເຈົ້າ ມີຄວາມຂັດໃຈ ແລະ ຄັດຄ້ານຢ່າງແຮງ.”
ໃນຂະນະນັ້ນ, ຫາງສຽງສາກົນ ໄດ້ຄັດຄ້ານການກະທຳຂອງຝ່າຍຈີນຢູ່ທະເລຕາເວັນອອກ. ຕອນເຊົ້າວັນທີ 8/5, ທ່ານ Yoshihide Suga, ຫົວຫນ້າຫ້ອງການຄະນະລັດຖະບານ ຍີ່ປຸ່ນ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາເຫດທີ່ເກີດຂຶ້ນລະຫວ່າງກຳປັ່ນ ຈີນ ແລະ ກຳປັ່ນ ຫວຽດນາມ ຢູ່ ທະເລຕາເວັນອອກ ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ.
“ຍີ່ປຸ່ນ ຖືເຫດການນີ້ແມ່ນສ່ວນຫນຶ່ງໃນບັນດາການກະທຳອອກສູ່ມະຫາສະໝຸດຂອງຈີນ ແລະ ມີລັກສະນະເກາະຜິດ. ຍີ່ປຸ່ນ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຫນ້າຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນຢູ່ພາກພື້ນ ຍ້ອນ ຈີນ ເລີ່ມຕົ້ນການເຄື່ອນໄຫວເຈາະນຳ້ມັນ .”
ສ່ວນຢູ່ ເຢຍລະມັນ, ຫນັງສືພິມສຳຄັນຫລາຍສະບັບ ລ້ວນແຕ່ລົງພິມຂ່າວ, ຮູບພາບສະແດງໃຫ້ເຫັນການກະທຳຂອງຈີນ ຢູ່ ທະເລຕາເວັນອອກ ພ້ອມທັງເນັ້ນຫນັກວ່າ: ເລື່ອງຈີນ ນຳຮ້ານເຈາະນຳ້ມັນຢູ່ເຂດທະເລຂອງຫວຽດນາມ ແມ່ນການກະທຳເກາະຜິດຂອງປັກກີ່ງ.