ຫາງສຽງລັດເຊຍ: ສານຂອງ ຫວຽດນາມ ມີຄວາມຍຸຕິທຳທີ່ສຸດ
ທ່ານຮອງສາດສະດາຈານ, ດຣ ວິທະຍາສາດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ
(vovworld) - ໃນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ທີ່ວາລະໄຂປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຊຸດທີ 68 ໄດ້ດຶງດູດຄວາມສົນໃຈທີ່ເວທີປາໄສສະຫະປະຊາຊາດ, ສືບຕໍ່ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ, ໃນນັ້ນມີບັນດານັກຮຽນຮູ້ ລັດເຊຍ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳສະຫະພັນ ລັດເຊຍ, ທ່ານຮອງສາດສະດາຈານ, ດຣ ວິທະຍາສາດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ, ນັກຊ່ຽວຊານຂອງສະຖາບັນຕາເວັນອອກໄກ - ສະຖາບັນມະຫາບັນດິບວິທະຍາສາດ ລັດເຊຍ ໃຫ້ຮູ້ວ່າ:
“ໃນບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ໄດ້ເຕື້ອງເຖິງບັນຫາສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະ ສາກົນ. ຂ້າພະເຈົ້າຖືວ່າ: ບັນດາທັດສະນະ ແລະ ສານຂອງ ຫວຽດນາມ ມີຄວາມຍຸຕິທຳທີ່ສຸດ. ຂ້າພະເຈົ້າຢາກແໜ້ນໜັກວ່າ: ບັນດາຫຼັກການ, ທັດສະນະສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ວັດທະນະທຳໃນການພົວພັນສາກົນ, ການເຈລະຈາລະຫວ່າງບັນດາປະເທດມະຫາອຳນາດ ແລະ ບັນດາປະເທດນ້ອຍທີ່ ຫວຽດນາມ ໄດ້ຍົກອອກມາແມ່ນຖືກຕ້ອງ. ທັດສະນະນີ້ເຄີຍໄດ້ຍົກອອກມາທີ່ເວທີປາໄສ Shangri – La ຜ່ານມາ ແລະ ຫວຽດນາມ ພວມສືບຕໍ່ພັດທະນາຂຶ້ນຕື່ມ. ຂ້າພະເຈົ້າຄິດວ່າ: ຫວຽດນາມ ແມ່ນແບບຢ່າງໃນການປະຕິບັດທັດສະນະນີ້ໃນການພົວພັນກັບສາກົນ.”