ຫາງສຽງສາກົນກ່າວປະນາມຢ່າງຮຸນແຮງການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ຫາງສຽງສາກົນກ່າວປະນາມຢ່າງຮຸນແຮງການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) –  ຫາງ​ສຽງ​ສາກົນສືບ​ຕໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ການ​ຜັນ​​ແປ​ພວມ​ປິນ​ຂັ້ນ​ໄດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ລະອຽດ​ແມ່ນ ຈີນ ​ໄດ້​ປະກາດ​ແຜນ​ທີ່​, ​ໃນ​ນັ້ນ​ໄດ້​ນຳບັນດາ​ບໍລິເວນ​ທະ​ເລ, ໝູ່​ເກາະ​ເກືອບທັງໝົດຢູ່​ທະ​ເລ​ຕາ​ເວັນ​ອອກ​ເຂົ້າອັນ​ທີ່​ເອີ້ນ​ວ່າ “ອະທິປະ​ໄຕ” ​ເຊິ່ງປັກ​ກິ​ງ ໄດ້ທວງເອົາກຳມະສິດ, ລ່ວງ​ລ້ຳ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດສານ​ຂອງ​ບັນດາ​ປະ​ເທດ​ຢູ່​​ແຄມ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຮ້າຍ​ແຮງ.

        ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ ​ໃນ​ວັນ​ທີ 26/06, ​ເນັ້ນ​ໜັກ​ວ່າ ​ແຜ່ນ​ທີ່​ໃໝ່​ມີ ​ເສັ້ນ 10 ຕອນ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ “ຄວາມມັກໃຫຍ່ໄພສູງແຜ່ກ້ວາງທີ່ໄຮ້ເຫດຜົນ”, ​ໄປ​ຝືນ​ກັບກົດໝາຍ​ສາກົນ ​ແລະ ລະ​ເມີດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ເຊິ່ງຈີນ ​ແມ່ນ​ຝ່າຍ​ເຂົ້າ​ຮ່ວມ. ໜັງສືພິມ​ລາຍ​ວັນ Inquirer ຂອງ​ຟີ​ລິບ​ປີນ ກໍ່​​ໄດ້ຄັດ​ຄຳ​ເວົ້າ​ຂອງ​ຜູ້​ຊ່ຽວຊານໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ການ​ກະທຳ​ເກາະ​ຜິດ​ໃໝ່​ຂອງ​ຈີນ, ສືບ​ຕໍ່​ບັນດາ​ການ​ກະທຳ​ເປີດ​ກວ້າງ, ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ບັນດາ​ເກາະ​ຫີນ​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງຊາ ຂອງ​ຫວຽດນາມ, ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ກົນອຸບາຍ​ຢືດ​ຄອງ​ທະ​ເລ​ຕາ​ເວັນ​ອອກ.

        ​​ວັນ​ທີ 26/06, ເວັບ​ໄຊ​ຂອງ ວິທະຍຸກະຈາຍສຽງ​ອາ​ເມ​ລິ​ກາ (VOA) ກໍ່​​ໄດ້​ມີ​ບົດ​ກ່ຽວ​ກັບບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຖື​ວ່າ ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຍັງ​ບໍ່​ທັນ​ມີ​ສັນຍານ​ຈະຫຼຸດ​ລົງ. ຜູ້​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ຮັບຜິດຊອບພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ Daniel Russe ​ໄດ້​ກ່າວ​ຕຳ​ໜີ​ຕິຕຽນ​ບັນດາ​ການ​ກະທຳ​​ຫວ່າງ​ມໍ່ໆ​ມາ​ນີ້ຂອງ​ຈີນ ຢູ່ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ກະທຳ​ບໍ່​ຖື​ເປັນ​ສຳຄັນ​ບັນດາ​ມາດ​ຕະການ​ທາງ​ດ້ານ​ການ​ທູດ ​ແລະ ສັນຕິພາບ​ໃນ​ການ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ການຂັດ​ແຍ້​ງ.

        ປະຊາ​ຄົມ​ໂລກ​ສືບ​ຕໍ່​ກ່າວ​ປະນາມຢ່າງຮຸນແຮງການກະທຳທີ່​ໄຮ້​ເຫດຜົນ​ຂອງ​ຈີນ. ​ໃນ​ການ​ຕອບສຳພາດ​ກັບ​ໜັງສືພິມ​ລາຍ​ວັນ La Croix, ຜູ້​ຊ່ຽວສານ​ຝລັ່ງ Valeria Niquet, ຫົວໜ້າ​ຮັບຜິດຊອບ​ພາກສ່ວນ​ອາຊີ ຂອງ​ສະຫະ​ສະມາຄົມ​ຄົ້ນຄວ້າ​ຍຸດ​ທະ​ສາດ FRS ຖື​ວ່າ, ຈີນ​ພວມ​ນຳ​ໃຊ້ກົນອຸບາຍມັກໃຫຍ່ ໄພສູງມີກຳມະສິດຢ່າງສົມບູນສຳລັບທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ​ເພື່ອ​ປົກ​ປິດ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ