ຫາງສຽງສາກົນຄັດຄ້ານເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫລວງຈາກາຕາປະເທດອິນໂດເນເຊຍ

ຫາງສຽງສາກົນຄັດຄ້ານເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫລວງຈາກາຕາປະເທດອິນໂດເນເຊຍ - ảnh 1
ເຫດ​ບຸກ​ໂຈມ​ຕີ ຢູ່ ອິນ​ໂດ​ເນ​ເຊຍ
ພາບ:news.zing.

 (vovworld)-​ ​ແຈ້ງ​ການ​ຂອງ​ເຈົ້າ​ຫນ້າ​ທີ່ ອິນ​ໂດ​ເນ​ເຊຍ ໃນ​ຕອນ​ທ່ຽງ ວັນ​ທີ 14/1 ໃຫ້​ຮູ້​ວ່າ: ມີ​ເຫດ​ບຸກ​ໂຈມ​ຕີ 7 ຄັ້ງ​ຢ່າງ​ລຽນ​ຕິດ ຢູ່ ສູນ​ການ​ຄ້າ  Sarinah ແລະ ການ​ຍິງ​ປືນ​ໃສ່​ກັນ​ຢູ່ນອກ​ຮ້ານ ກາ​ເຟ Starbucks ຕໍ່​ຫນ້າ​ສູນກ​ານ​ຄ້ານີ້ ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ, ໃນ​ນັ້ນ ຜູ້ກໍ່​ການ​ຮ້າຍ  5 ຄົນ ແລະ ອີກ 20 ຄົນ​ຖືກ​ບາດ​ເຈັບ. ຝ່າຍ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ໃນ​ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດນັ້ນ ມີ​ຊາວ​ກາ​ນາ​ດາ ຄົນ​ຫນຶ່ງ. ອົງ​ການ “ລັດ​ອິດ​ສະ​ລາມ IS” ໄດ້​ຍອມ​ຮັບ​ວ່າ​ໄດ້ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.ປະ​ຕິ​ກິ​ລີ​ຍາ​ຕໍ່​ເຫດ​ບຸ​ກ​ໂຈມ​ຕີກໍ່​ກາ​ນ​ຮ້າຍ​ຢູ່ ຈາ​ກາ​ຕາ, ວັນ​ທີ 14/1, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄດ້​ຖະ​ແຫລງວ່າ: ວໍ​ຊີງ​ຕັນ ກ່າວ​ປະ​ນາມ​ເຫດ​ບຸກ​ໂຈມ​ຕີ ຢູ່ ອິນ​ໂດ​ເນ​ເຊຍ ຊື່ງ​ລັດ ອິດ​ສະ​ລາມ ປະ​ກາດ​ໄດ້​ປະ​ຕິ​ບັດ​ເຫດ​ບຸກ​ໂຈມ​ຕີ. ທ່ານ Kerry ຢືນ​ຢັນ: ບັນ​ດາ​ການ​ກະ​ທຳ​ກໍ່​ການ​ຮ້າຍ ພຽງ​ແຕ່​​ກໍ່​ຄວ​າມ​ເສຍ​ຫາຍ​ຕາຍ​ຈາກ ແລະ ວິ​ນາດ​ສະ​ກຳເທົ່າ​ນັ້ນ. ພວກ​ເຮົາ​ທັງ​ໝົດ​ຈະ​ພ້ອມ​ກັນ​ສາ​ມັກ​ຄີ​ເພື່ອ​ດັບ​ສູນ​ພວກກໍ່​ການ​ຮ້າຍ. ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ໂຮນ​ລັງ Bert Koenders ກ່າວ​ປະ​ນາມ​ຢ່າງ​ແຮງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ ຢູ່ ຈາ​ກາ​ຕາ ແລະ ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ຄູ່​ຕ​ຳ​ແຫນ່ງ ອິນ​ໂດ​ເນ​ເຊຍ Retno Marsudi ແລະ ສະ​ເຫນີ ຈະ​ຫນູນ​ຊ່ວຍ ອິນ​ໂດ​ເນ​ເຊຍ ໃນ​ກໍ​ລະ​ນີ​ປະ​ເທດນີ້​ມີ​ຄວາມ​ຕ້ອງ​ການ.

ເມື່ອ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ: ເຫດ​ການ​ວາງ​ລະ​ເບີດ​ສະຫຼະ​ຊີບ​ເກີດ​ຂຶ້ນ​ຢູ່​ນະ​ຄອນຫຼວງ ຈາ​ກາ​ຕາ, ປະ​ເທດ ອິນ​ໂ​ດ​ເນ​ເຊຍ ໃນ​ວັນ​ທີ 14/1/2016,  ເຮັດ​ໃຫ້​ຊາວ ອິນ​ໂດ​ເນ​ເຊຍ ບາງ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ, ວັນ​ທີ 15/1, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເ​ບົາ​ຄວາມ​ເສົ້​າ​ສ​ະຫຼົດ​ໃຈ​ໄປ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ກໍ​​ໄດ້​ສົ່ງ​ໂທ​ລະ​ເລກ​ແບ່ງ​ເບົາ​ຄວາ​ມ​ເສົ້າ​ສະຫຼົດ​ໃຈ​ໄປ​ຍັງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Retno Marsudi ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ