ຫາງສຽງສາກົນວິຕົກວັງວົນຕໍການກໍ່ລັດຖະປະຫານຢູ່ໄທ

ຫາງສຽງສາກົນວິຕົກວັງວົນຕໍການກໍ່ລັດຖະປະຫານຢູ່ໄທ - ảnh 1
ທະຫານໄທ
(ພາບປະກອບຈາກ dantri.com.vn)

(vovworld) - ພາຍຫຼັງ​ບັນດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ຢ່າງ​ຕໍ່​ເນື່ອງ​ຢູ່ ​ໄທ, ຕອນ​ບ່າຍ​ວັນ​ທີ 22/5, ຫາງ​ສຽງ​ສາກົນ​ໄດ້ຍົກ​ອອກ​ບັນດາ​ປະຕິກິລິຍາ​ທຳ​ອິດ. ວັນ​ທີ 22/5, ​ໂຄສົກອົງການ​ສິດທິມະນຸດ ສປຊ Ravina Shamdasani ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ການ​ກໍ່​ລັດຖະປະຫານ​ຢູ່ ​ໄທ ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ດຽວ​ກັນ ​ແລະ ຖື​ວ່າ: ​ເລື່ອງ​ປະກາດ​ກົດ​​ໄອ​ຍະ​ການ​ເສິກ ​ແລະ ບັນດາ​ຄຳ​ສັ່ງ​ດ້ານ​ການ​ທະຫານ​ອາດ​ຈະລະ​ເມີດບັນດາ​​ສິດ​ຂອງ​ປະຊາຊົນ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ຮຽກຮ້ອງ​ ​ໄທ ກັບ​ຄືນ​ສູ່​ລະບອບ​ອຳນາດ​ນິຕິ​ບັນຍັດ​ໃນ​ທັນທີ, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ເຄົາລົບ​ບັນດາ​ສິດ​ພື້ນຖານ ​ແລະ ຄວາມ​ເສ​ລີ​ຂອງ​ປະຊາຊົນ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/5, ກອງທັບ​ ​ໄທ ຖະ​ແຫຼ​ງລັດຖະປະຫານ ​ແລະ ສ້າງ​ຕັ້ງ​ຄະນະ​ກຳມະການ​ຮັກສາ​ສັນຕິພາບ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ບໍລິຫານ​ປ​ະ​ເທ​ດຊາດ ພາຍຫຼັງ​ບັນດາ​ຝ່າຍ​ຄ້ານ ພາຍ​ໃນ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ໃນ​ວັນ​ທີ 21 ​ແລະ 22/5 ​ເຊິ່ງບໍ່​ບັນລຸ​ຂໍ້​ຕົກລົງ​ໃດໆ. ກອງທັບ ​ໄທ ຕົກລົງ​​ໂຈະ​ການ​ນຳ​ໃຊ້​ລັດ​ຖະທຳ​ມະນູນ​ປີ 2007 ​ໄວ້ຊົ່ວຄາວ, ​ເວັ້ນ​ເສຍ​ແຕ່​ບາງ​ພາກ​ກ່ຽວຂ້ອງ​ເຖິງລາດ​ຊະ​ວົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວຸດ​ທິສະພາ ​ໄທ ​ແລະ ສານ​ແຫ່ງ​ຕ່າງ​ໆ​ຍັງ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ກອງທັບ​ໄທ​ກໍ່​ຮຽກຮ້ອງ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທັງ​ຝ່າຍ​ຄ້ານ ​ແລະ ຝ່າຍ​ສະໜັບ​ສະ​ໜູນ​ລັດຖະບານ​ກັບ​ເມືອ​ບ້ານ​ໃນ​ທັນທີ​ເພື່ອ​ສ້າງສັນ​ຕິ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄື​ເກົ່າ. ​ສະຖາ​ນີໂທລະພາບ ​ແລະ ກະ​ຈາ​ຍສຽງກໍ່​ຢຸດຕິ​ບັນດາ​ລາຍການ​ປະຈຳ​ວັນ ​ແລະ ພຽງ​ແຕ່​ອອກ​ຂ່າວ​ໂດຍຝ່າຍ​ກອງທັບ​ຍົກ​ອອກ​ມາ.


ຂ່າວ/ບົດ​ອື່ນ