ຫຼາຍປະເທດຢາກຊຸກຍູ້ການພົວພັນກັບກະຊວງປ້ອງກັນປະເທດຫວຽດນາມ
ພົນເອກ ຟູ່ງກວາງແທງ ແລະ ຄູ່ຕຳແໜ່ງ ອາເມລິກາ Chuck Hagel
(ພາບ: TTXVN)
(vovworld) - ທີ່ການພົບປະ 2 ຝ່າຍຖືກຈັດຂຶ້ນຢູ່ນອກກອງປະຊຸມ Shangri – La ຄັ້ງທີ 13 ໂດຍສະຖນບັນຄົ້ນຄ້ວາຍຸດທະສາດສາກົນ (IISS) ຈັດຕັ້ງຢູ່ສິງກາໂປ ແຕ່ວັນທີ 30/5 – 1/6, ທ່ານພົນເອກ ຟູ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໃຫ້ຮູ້ວ່າ: ໃນການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງບາງປະເທດເຂົ້າຮ່ວມກອງປະຊຸມ Shangri – La, ຫຼາຍປະເທດສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນກັບກະຊວງປ້ອງກັນປະເທດ ຫວຽດນາມ. ທ່ານພົນເອກ ຟູ່ງກວາງແທງ ມີການພົບປະ 2 ຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ນິວຢີແລນ, ສິງກາໂປ, ອາເມລິກາ, ຝຣັ່ງ, ອັງກິດ, ຍີ່ປຸ່ນ ແລະ ອົດສະຕາລີ.
ພົນໂທ ຫງວຽນຈີ໋ວີ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ກໍ່ມີການພົບປະສະເພາະກັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ, ຮອງເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນ ຈີນ, ປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມ ອາເມລິກາ.
ທ່ານລັດຖະມົນຕີ ຟູ່ງກວາງແທງ ໃຫ້ຮູ້ວ່າ: ທີ່ການພົບປະຄັ້ງຕ່າງໆ, ບັນດາປະເທດລ້ວນແຕ່ຢາກຮູ້ສະພາບການເກີດຂຶ້ນຢູ່ທະເລຕາເວັນອອກໃນປະຈຸບັນ ແລະ ຜູ້ນຳກະຊວງປ້ອງກັນປະເທດ ໄດ້ແບ່ງປັນຂໍ້ມູນຂ່າວສານຢ່າງພາວະວິໄສ, ບົນຈິດໃຈສ້າງສັນ. ບັນດາບັນຫາກ່ຽວກັບການພົວພັນ 2 ຝ່າຍກໍ່ໄດ້ຮັບການປຶກສາຫາລືຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນຂໍ້ມູນຂ່າວສານ, ສ້າງໂທລະສັບສາຍດ່ວນ. ລັດຖະມົນຕີ ຟູ່ງກວາງແທງ ໃຫ້ຮູ້ວ່າ: ບາງປະເທດສົນໃຈເຖິງເລື່ອງໜູນຊ່ວຍ ຫວຽດນາມ ກ່ຽວກັບບົດຮຽນ, ແຫຼ່ງກຳລັງໃນການເຂົ້າຮ່ວມຮັກສາສັນຕິພາບ. ຫຼາຍປະເທດຊົມເຊີຍເລື່ອງ ຫວຽດນາມ ຈັດສົ່ງນາຍທະຫານເຂົ້າຮ່ວມການຮັກສາສັນຕິພາບ ສັງກັດຄະນະປະຕິບັດງານ ສປຊ ຢູ່ ຊູດັງ ຢ່າງເປັນທາງການ. ຍີ່ປຸ່ນ, ອາເມລິກາ ສົນໃຈເຖິງເລື່ອງກຽມພ້ອມໜູນຊ່ວຍກຳລັງຕຳຫຼວດທະເລ ຫວຽດນາມ ຍົກສູງກຳລັງຄວາມສາມາດຄຸ້ມຄອງເຂດທະເລ….