ຫຼາຍ​ປະ​ເທດ EU ຮຽກ​ຮ້ອງ​ໃຫ້ຢຸດ​ຕິ​ການ​ສະ​ໜອງ ອາ​ວຸດ​ໃຫ້​ແກ່​ຕ​ວັກ​ກີ

(VOVWORLD) -ວັນທີ 14 ຕຸລາ, ທີ່ກອງປະຊຸມຂັ້ນລັດຖະມົນຕີກະຊວງຕ່າງປະເທດ ຂອງ ສະພາເອີລົບ ຢູ່ ລຸກຊຳບວກ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດ ເອີລົບນີ້ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ຢຸດຕິການສະໜອງອາວຸດໃຫ້ແກ່ຕວັກກີ.
ຫຼາຍ​ປະ​ເທດ EU ຮຽກ​ຮ້ອງ​ໃຫ້ຢຸດ​ຕິ​ການ​ສະ​ໜອງ ອາ​ວຸດ​ໃຫ້​ແກ່​ຕ​ວັກ​ກີ - ảnh 1

ລົດທະຫານຂອງຕວັກກີ ຢູ່ໃກ້ເຂດບ້ານ Akcakale ຕິດກັບຊາຍແດນຂອງ ຊີຣີ ໃນວັນທີ 11 ຕຸລາ

(ພາບ: AFP/TTXVN)

ໃນຂະນະທີ່ຈຳນວນຜູ້ຖືກຮັບບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນບັ້ນບຸກໂຈມຕີ ຂອງ Ankara ແນໃສ່ກຳລັງຊາວ Kurd ຢູ່ເຂດຕາເວັນອອກສ່ຽງເໜືອ ຊີຣີ. ທ່ານ Heiko Maas ລັດຖະມົນຕີກະຊວງການຕ່າງປະເທດ ເຢຍລະມັນ ຖືວ່າ EU ຄວນວິຕົກກັງວົນກ່ຽວກັບບັ້ນຮົບຂອງ ຕວັກກີ ຢູ່ ຊີຣີ ຍ້ອນວ່າ ມັນອາດຈະເຮັດໃຫ້ເກີດຄວາມຂາດສະຖຽນລະພາບຢູ່ ປະເທດຕາເວັນອອກກາງ, ແຕ່ວ່າ ທ່ານກໍ່ເນັ້ນໜັກວ່າ EU ຕ້ອງຮັກສາການສົນທະນາກັບ Ankara ເພື່ອຮັກສາໄດ້ຄວາມສາມາດໃນການສ້າງຜົນກະທົບຕໍ່ປະເທດນີ້.

        ແລະກໍ່ໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ  ໄດ້ປະກາດວ່າຈະລົງນາມໃນຄຳສັ່ງຈັດວາງຄຳສັ່ງລົງໂທດສຳລັບບັນດາເຈົ້າໜ້າທີ່ ຕວັກກີ ແລະ ຢຸດການແລກປ່ຽນການຄ້າກັບປະເທດນີ້ຢ່າງທັນທີ ຍ້ອນປະເທດນີ້ໄດ້ເລີ່ມຕົ້ນການບຸກໂຈມຕີທາງການທະຫານຢູ່ທາງພາກເໜືອ ຊີຮີ

ໃນວັນທີ 14 ຕຸລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Baku, ທ່ານ Tayyip Erdogan ປະທານາທິບໍດີ ຕວັກກີ ໄດ້ປະກາດວ່າ ປະເທດນີ້ຈະບໍ່ຖອນຄືນບັ້ນຮົບການທະຫານແນໃສ່ບັນດາກຳລັງທີ່ຊາວ Kurd ຢູ່ພາກຕາເວັນອອກສ່ຽງເໜືອ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ