ຫາຍຟ່ອງ ຕ້ອງຢືນຢັນບົດບາດນຳໜ້າໃນເຂດເສດຖະກິດຈຸດສຸມທາງພາກເໜືອ

ຫາຍຟ່ອງ ຕ້ອງຢືນຢັນບົດບາດນຳໜ້າໃນເຂດເສດຖະກິດຈຸດສຸມທາງພາກເໜືອ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ
ເຮັດ​ວຽກ​ກັບ​ພະນັກງານ​ໜັກ​ແໜ່​ງນະຄອນ​ຫາຍ​ຟ່ອງ
(ພາບ: baomoi.com)


(vovworld) - ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ຫາຍ​ຟ່ອງ, ຕອນ​ເຊົ້າ​ວັນ​ທີ 11/07, ທ່ານ​ເລຂາທິການ​ມ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກແຫຼ່ງຂອງນະຄອນ​. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ເນັ້ນ​ໜັກ​ວ່າ ຫາຍ​ຟ່ອງ ມີ​ບົດບາດ, ທີ່​ຕັ້ງ, ຈຸດ​ພິເສດ, ທີ່​ຕັ້ງ​ສຳຄັນ, ​ແມ່ນ​ໃຈກາງພັດທະນາ​ເສດຖະກິດ, ສັງຄົມ​ຂອງ​​ເຂດ ​ແລະ ປະ​ເທດ, ​ແມ່ນ​ນະຄອນມີລະດັບເຕີບ​ໂຕ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ເໜືອ. ດ້ວຍ​ແງ່​ຫວັງທີ່ດີ ແລະ ຄາດໝາຍ​ທີ່​ຈະແຈ້ງ ແລະ ມີ​​ຫຼາຍ​ບົດຮຽນ​ໃນ​ການ​ພັດທະນາ ​ແຕ່​ຫາຍ​ຟ່ອງ ຍັງ​ບໍ່​ທັດ​ພັດທະນາ​ຢ່າງ​​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົນ​ຊ້ອນ, ທ່າ​ແຮງ, ຄວາມ​ສາມາດ​ແກ່ງ​ແຍ້​ງ, ການ​ແຜ່​ຂະຫຍາຍຍັງ​ອ່ອນ​ຢູ່, ບໍ່​ທັນ​ມີ​ບາດກ້າວ​ບຸກທະລຸ. ທ່ານ​ເລຂາທິການ​ໃຫຍ່​ຫວັງ​ວ່າ ຫາຍ​ຟ່ອງ ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນ​ຄົງກວ່າ​ອີກ ​ແລະ ມີ​ກຳລັງ​ແຜ່​ຂະຫຍາຍດີກວ່າ​ອີກ, ຕັດສິນໃຈສູ້ຊົນເພື່ອຮອດ​ປີ 2015 ​ຈະ​ກາຍ​ເປັນ​ນະຄອນ​ອຸດສາ​ຫະກຳ ​ແລະ ​ບໍລິການໂດຍ​ພື້ນຖານ ຕາມ​ທິດ​ສີວິໄລ, ທັນ​ສະ​ໄໝ, ນຳໜ້າ​ໃນ​ທົ່ວ​ປະ​ເທດ. ຖ້າ​ຢາກ​​ເຮັດໄດ້​ຄື​ແນວ​ນັ້ນ, ຫາຍ​ຟ່ອງຕ້ອງ​ຊາບ​ຊືມບັນດາ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ຢ່າງ​ເລິກ​ເຊິ່ງກວ່າ ຕາມ​ຈິດ​ໃຈ​ບັນດາ​ມະຕິ​ຂອງ​ສູນ​ກາງ, ກົມ​ການ​ເມືອງ, ​ແຕ່​ຈາກ​ນັ້ນ​ນຳ​ໃຊ້​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນບັນດາ​ໂຄງການ, ​ແຜນການ​ເຄື່ອນ​ໄຫວ​ລະອຽດ. ຄຽງ​ຂ້າງ​ນັ້ນ, ຕ້ອງປ່ຽນ​ໃໝ່​ຈີນ​ຕະນາ​ການ​ກ່ຽວ​ກັບ​ການ​ລົງທຶນ​ພັດທະນາ, ພັດທະນາ​ດ້ວຍ​ກຳລັງ​ພາຍ​ໃນ​ຂອງ​ຕົນ. ລະດົມ​ກຳລັງ​ແຮງ​ສັງ​ລວມ​ເພື່ອ​ພັດທະນາ, ​ໃນ​ນັ້ນ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

“ນະຄອນ​ຫາຍ​ຟ່ອງ ຄວນ​ສືບ​ຕໍ່​ເຮັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ໃຫ້​ດີ ​ເພາະວ່າ​ສະພາບ​ການ​ເຄີຍ​ມີ​ການ​ຫັນປ່ຽນ. ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຂະ​ແໜງ​ແມ່ນ​ຖືກຕ້ອງ. ຖ້າ​ຫາກ​ພວກ​ເຮົາ​ເຮັດ​ແຕ່​ຜູ້​ດຽວ ​ແມ່ນ​ບໍ່​ສາມາດ​ເຮັດ​ໄດ້. ​ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ມີ​ການ​ຊີ້​ນຳ​ຂອງ​ສູນ​ກາງ, ສູນ​ກາງ​ໄດ້​ມີ​ມະຕິ 54 ກ່ຽວ​ກັບ​ການ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ແລ້ວ, ບໍ່​ພຽງ​ແຕ່​ມີ​ມະຕິ​ສະ​ເພາະ​ກ່ຽວ​ກັບ​ຫາຍ​ຟ່ອງ ຫຼື ຮ່າ​ໂນ້ຍ. ບັນຫາ​​ທີ່​ມີ​ຄວາມ​ສຳຄັນໜຶ່ງ​ອີກ​ນັ້ນ​ແມ່ນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ນີ້​ແມ່ນ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ. ພວກ​ສະຫາຍ​ຕ້ອງ​ເອົາ​ໃຈ​ໃສ່“

 

ຂ່າວ/ບົດ​ອື່ນ