ອັກຊັງຕິນ ປະກາດ ຈະບໍ່ເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ BRICS
(VOVWORLD) - ໃນຈົດໝາຍສົ່ງເຖິງການນຳບັນດາປະເທດສະມາຊິກ BRICS, ຄື: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາໃຕ້, ທ່ານ Javier Milei, ປະທານາທິບໍດີ ຄົນໃໝ່ຂອງ ອັກຊັງຕິນ ຖືວ່າ: ປະຈຸບັນ, ຍັງບໍ່ທັນແມ່ນໄລຍະເວລາເໝາະສົມເພື່ອໃຫ້ ອັກຊັງຕິນ ກາຍເປັນສະມາຊິກຂອງກຸ່ມນີ້.
ວັນທີ 29 ທັນວາ, ລັດຖະບານ ອັກຊັງຕິນ ໄດ້ປະກາດຈະບໍ່ເຂົ້າເປັນສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ຢ່າງເປັນທາງການ.
ໃນຈົດໝາຍສົ່ງເຖິງການນຳບັນດາປະເທດສະມາຊິກ BRICS, ຄື: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຣີກາໃຕ້, ທ່ານ Javier Milei, ປະທານາທິບໍດີ ຄົນໃໝ່ຂອງ ອັກຊັງຕິນ ຖືວ່າ: ປະຈຸບັນ, ຍັງບໍ່ທັນແມ່ນໄລຍະເວລາເໝາະສົມເພື່ອໃຫ້ ອັກຊັງຕິນ ກາຍເປັນສະມາຊິກຂອງກຸ່ມນີ້. ການກະທຳນີ້ແມ່ນໜຶ່ງໃນບັນດາການປ່ຽນແປງໃນນະໂຍບາຍເສດຖະກິດ ແລະ ການທູດ ຂອງທ່ານປະທານາທິບໍດີ Milei.
ອັງຊັງຕິນ ແມ່ນໜຶ່ງໃນຈຳນວນ 6 ປະເທດໄດ້ຮັບຄຳເຊີນເຂົ້າຮ່ວມກຸ່ມ BRICS ໃນເດືອນ ສິງຫາ ຜ່ານມາ. ບັນດາປະເທດຍັງເຫຼືອແມ່ນ: ອີຢິບ, ອີຣານ, ເອທິໂອປີ, ອາຣັບບິ ຊາອຸດິ ແລະ ສະຫະລັດ ອາຣັບ ເອມີເລັດ (UAE). ກ່ອນໜ້ານັ້ນ, ທ່ານອະດິດປະທານາທິບໍດີ Alberto Fernandez ໄດ້ໃຫ້ສັດຕະຍາບັນເລື່ອງ ອັກຊັງຕິນ ກາຍເປັນສະມາຊິກຂອງກຸ່ມ BRICS ແລະ ຖືນັ້ນແມ່ນກາລະໂອກາດເພື່ອເຂົ້າຮ່ວມບັນດາຕະຫຼາດໃໝ່. ປະຈຸບັນ, ກຸ່ມ BRICS ກວມເອົາ 40% ຈຳນວນປະຊາກອນໂລກ ແລະ ກ່ວາ ¼ GDP ຂອງທົ່ວໂລກ.