(vovworld) - ອັງກິດ ຈະເສຍທ່າໄດ້ປຽບໃນການເຈລະຈາດ້ານການຄ້າກັບອາເມລິກາ ຖ້າຫາກລາອອກຈາກ EU. ສິ່ງດັ່ງກ່າວໂດຍທ່ານປະທານາທິບໍດີອາເມລິກາ Barack Obama ຢືນຢັນ ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ BBC (ອັງກິດ) ໃນວັນທີ 23/04. ທ່ານປະທານາທິບໍດີ Barack Obama ຖະແຫຼງວ່າ, ຖ້າຫາກອັງກິດ ລາອອກຈາກສະຫະພາບເອີລົບ (EU), ປະເທດນີ້ອາດຈະຕ້ອງໃຊ້ເວລາແຕ່ 5 ຫາ 10 ປີຕື່ມອີກເພື່ອເຈລະຈາສັນຍາການຄ້າ 2 ຝ່າຍກັບອາເມລິກາ. ປະຈຸບັນ, ທ່ານປະທານາທິບໍດີ Obama ພວມມີການໄປປະຕິບັດງານເຖິງອັງກິດ ກ່ອນທີ່ລອນດອນ ຈັດຕັ້ງການລົງປະຊາມະຕິກ່ຽວກັບກົດລະບຽບສະມາຊິກ EU ແລະ ເນັ້ນໜັກວ່າ, ອັງກິດ ຈະບໍ່ໄດ້ນຳໃຊ້ກົດລະບຽບບຸລິມະສິດທີ່ສະຫງວນໃຫ້ກຸ່ມ EU ເມື່ອການເຈລະຈາສັນຍາການຄ້າກັບອາເມລິກາ.
ໃນຊຸມມື້ຢູ່ລອນດອນ, ທ່ານປະທານາທິບໍດີ Obama ໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງອັງກິດ ບໍ່ລາອອກຈາກ EU ຢ່າງຕໍ່ເນື່ອງ. ກ່າວຄຳເຫັນໃນການປະຊຸມຂ່າວກັບທ່ານນາຍົກລັດຖະມົນຕີອັງກິດ David Cameron, ທ່ານ Obama ເນັ້ນໜັກວ່າ: ອັງກິດ ເປັນສະມາຊິກຂອງ EU ຈະເຮັດໃຫ້ເພີ່ມທີ່ຕັ້ງ, ກໍຄືກຳລັງແຮງດ້ານເສດຖະກິດ ບໍ່ພຽງແຕ່ຂອງປະເທດອັງກິດເທົ່ານັ້ນ, ຫາກຍັງເຮັດໃຫ້ EU ມີຄວາມເຂັ້ມແຂວງກວ່າອີກ.