ອັງກິດຫ້າມຕິດຕັ້ງ TikTok ບັນດາເຄື່ອງອຸປະກອນ ຂອງສຳນັກງານແຫ່ງລັດ ແລະ ລັດຖະບານ
(VOVWORLD) -ວັນທີ 16 ມີນາ, ລັດຖະບານ ອັງກິດໄດ້ປະກາດຫ້າມຕິດຕັ້ງໂປແກຼມ TikTok ໃນບັນດາເຄື່ອງອຸປະກອນຂອງສຳນັກງານແຫ່ງລັດ ແລະ ລັດຖະບານ. ຂໍ້ຕົກລົງນີ້ມີຜົນສັກສິດຢ່າງທັນທີ.
ພາບປະກອບ: AFP/TTXVN |
ທ່ານ Oliver Dowden ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ອັງກິດ ໃຫ້ຮູ້ວ່າ ບັນດາເຄື່ອງອຸປກອນຂອງສຳນັກງານແຫ່ງລັດ ແລະ ລັດຖະບານຈະພຽງແຕ່ໄດ້ຮັບການຕິດຕັ້ງໂປແກຼມຂອງຝ່າຍທີ 3 ທີ່ນອນໃນບັນຊີລາຍຊື່ທີ່ໄດ້ຮັບການອະນຸຍາດເທົ່ານັ້ນ. ຂໍ້ຕົກລົງສະບັບດັ່ງກ່າວ ບໍ່ນຳໃຊ້ກັບບັນດາເຄື່ອງອຸປະກອນສ່ວນຕົວ ແລະ ຈະມີການຍົກເວັ້ນກັບບາງກໍລະນີເຊິ່ງ ຕ້ອງນຳໃຊ້ໂປແກຼມ TikTok ໃນເຄື່ອງອຸປະກອນຂອງລັດຖະບານ.
ກ່ອນໜ້ານັ້ນ ໃນອາທິດນີ້, ເມື່ອໄດ້ຮັບຂໍ້ມູນກ່ຽວກັບຄວາມອາດສາມາດທີ່ອັງກິດຈະຍົກອອກຄຳສັ່ງຫ້າມດັ່ງກ່າວນີ້, ໂຄສົກຂອງ TikTok ໃຫ້ຮູ້ວ່າ ບໍລິສັດນີ້ມີຄວາມຜິດຫວັງທີ່ສຸດ, ພ້ອມທັງຢັ້ງຢືນວ່າ TikTok ຈະໃຫ້ຄຳໝັ້ນສັນຍາສົມທົບກັບລັດຖະບານ ອັງກິດ ເພື່ອແກ້ໄຂບໍ່ວ່າຄວາມວິຕົກກັງວົນໃດ ແລະ ຈະປະຕິບັດຕາມບັນດາມາດຕະການເພື່ອປົກປ້ອງຂໍ້ມູນຂອງຜູ້ນຳໃຊ້ເອີລົບໃຫ້ ຫຼາຍກ່ວາອີກ.