ອັງ​ກິດ​ເພີ່​ມ​ທະ​ວີ​ມາດ​ຕະ​ການ​ຈຳ​ກັດ​ຜູ້​ອົບພະ​ຍົບຢ່າງ​ຜິດ​ກົດ​ໝາຍ

(VOVWORLD) -ໃນວັນທີ 10 ສິງຫາ, ທ່ານ Boris Johnson ນາຍົກລັດຖະມົນຕີອັງກິດໄດ້ຢັ້ງຢືນວ່າ ບັນດາກຸ່ມອາດຊະຍາກອນພວມ ສົ່ງຜູ້ຂ້າມຊາຍແດນແບບຜິດກົດໝາຍຈາກຝລັ່ງເຂົ້າອັງກິດຜ່ານຊ່ອງແຄບ Manche ດ້ວຍບັນດາເຮືອແບບທຳມະດາ ເຊິ່ງໄດ້ຮັບການຕີລາຄາວ່ານີ້ ແມ່ນການກະທຳທີ່ອັນຕະລາຍທີ່ສຸດ.
ອັງ​ກິດ​ເພີ່​ມ​ທະ​ວີ​ມາດ​ຕະ​ການ​ຈຳ​ກັດ​ຜູ້​ອົບພະ​ຍົບຢ່າງ​ຜິດ​ກົດ​ໝາຍ - ảnh 1ກຳລັງປ້ອງກັນຊາຍແດນອັງກິດນຳສົ່ງຜູ້ອົບພະຍົບຂ້າມທະເລຈາກຝລັ່ງຜ່ານຊ່ອງແຄບ Manche ເຂົ້າທ່າກ່ຳປັ່ນ Dover ຂອງອັງກິດໃນວັນທີ 9 ສິງຫາ 2020 (ພາບ:  AFP/TTXVN) 

ວັນທີ 16 ສິງຫາ, ທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ໄດ້ປະກາດ ຈັດສົ່ງນັກຊ່ຽວຊານຈາກກຳລັງທະຫານເຮືອແຫ່ງລາຊະອານາຈັກອັງກິດ ແລະ ເຮືອບິນລ້ຳໜຶ່ງຕື່ມອີກ ເພື່ອຊ່ວຍແກ້ໄຂສະພາບການຜູ້ເຂົ້າເມືອງຢ່າງຜິດກົດໝາຍຜ່ານຊ່ອງແຄບທະເລ Manche.

        ກ່ອນໜ້ານັ້ນໃນວັນທີ 10 ສິງຫາ, ທ່ານ Boris Johnson ນາຍົກລັດຖະມົນຕີອັງກິດໄດ້ຢັ້ງຢືນວ່າ ບັນດາກຸ່ມອາດຊະຍາກອນພວມ ສົ່ງຜູ້ຂ້າມຊາຍແດນແບບຜິດກົດໝາຍຈາກຝລັ່ງເຂົ້າອັງກິດຜ່ານຊ່ອງແຄບ Manche ດ້ວຍບັນດາເຮືອແບບທຳມະດາ ເຊິ່ງໄດ້ຮັບການຕີລາຄາວ່ານີ້ ແມ່ນການກະທຳທີ່ອັນຕະລາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ