ອົງການຈັດຕັ້ງກຳມະບານຊ່ວຍກຳມະກອນເຂົ້າໃຈກົດໝາຍ

(VOVWORLD) - ເພື່ອແນໃສ່ຫັນບັນດາການເຄື່ອນໄຫວຂອງ “ປີເພື່ອຜົນປະໂຫຍດຂອງສະມາຊິກຊາວໜຸ່ມປີ 2017“, ວັນທີ 10/6, ຢູ່ແຂວງ ຫາຍເຢືອງ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບສະຫະພັນແຮງງານແຂວງ ຫາຍເຢືອງ ຈັດຕັ້ງ “ວັນບຸນໃຫ້ຄຳປຶກສາແກ່ກຳມະກອນຜູ້ອອກແຮງງານ“. 
ອົງການຈັດຕັ້ງກຳມະບານຊ່ວຍກຳມະກອນເຂົ້າໃຈກົດໝາຍ - ảnh 1 ສະຖານທີ່ປຶກສາດ້ານກົດໝາຍທີ່ງານບຸນ

ມີກຳມະກອນຜູ້ອອກແຮງງານປະມານ 700 ຄົນເຂົ້າຮ່ວມງານບຸນນີ້. ທີ່ງານບຸນໃຫ້ຄຳປຶກສາ, ຊາວຜູ້ອອກແຮງງານໄດ້ຮັບຄຳປຶກສາດ້ວຍຫຼາຍຫົວຂໍ້ຄື: ຄຳປຶກສາກ່ຽວກັບທັກສະດຳລົງຊີວິດ, ການກໍ່ສ້າງຊີວິດທາງດ້ານວັດທະນະທຳໃນໝູ່ກຳມະກອນຜູ້ອອກແຮງງານ; ກ່ຽວກັບການສົ່ງເສີມສຸຂະພາບ, ຄວາມປອດໄພດ້ານອາຫານ, ການໃຊ້ຈ່າຍການເງິນແບບປະຢັດ.

        ນີ້ແມ່ນຄັ້ງທຳອິດທີ່ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຕັ້ງງານບຸນໃຫ້ກຳມະກອນຜູ້ອອກແຮງງານ, ເພື່ອແນໃສ່ຍູ້ແຮງການເຄື່ອນໄຫວໂຄສະນາດ້ານກົດໝາຍ, ຊ່ວຍໃຫ້ສະມາຊິກຊາວໜຸ່ມ, ກຳມະກອນຜູ້ອອກແຮງງານ ຍົກສູງຄວາມເຂົ້າໃຈດ້ານກົດໝາຍ, ທັກສະດຳລົງຊີວິດ ເພື່ອປົກປ້ອງຕົວເອງ ແລະ ປະກອບສ່ວນສ້າງການພົວພັນແຮງງານຢ່າງກົມກຽວ, ເປັນປົກກະຕິ ແລະ ກ້າວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ