(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງກຳມະບານຫວຽດນາມ (28/07/1929 – 28/07/2014), ຕອນເຊົ້າວັນທີ 22/06, ຢູ່ຮ່າໂນ້ຍ ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “85 ປີແຫ່ງວັນກຳມະບານຫວຽດນາມ - ບັນດາຄຸນຄ່າທີ່ໝັ້ນຄົງ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຖືວ່າ: ຕ້ອງຍົກສູງກຳລັງຄວາມສາມາດຂອງກຳມະຫານຂັ້ນຮາກຖານ; ສຸມໃສ່ຍູ້ແຮງບັນດາການເຄື່ອນໄຫວເພື່ອແນໃສ່ພັດທະນາສະມາຊິກກຳມະບານ, ປ່ຽນໃໝ່ເນື້ອໃນ, ວິທີການບຳລຸງສ້າງພະນັກງານກຳມະບານ. ທ່ານ ຟ້າມເທ໋ຢວຽດ, ອະດີດປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ.
“ກຳມະບານມີທີ່ຕັ້ງອັນໃຫຍ່ຫຼວງທາງດ້ານການເມືອງ ໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງພັກ. ສະນັ້ນ, ການຮັບຮູ້ການເມືອງດ້ວຍຕົນເອງຂອງຊົນຊັ້ນຜູ້ອອກແຮງງານ ແລະ ຖືລັກສະນະຊົນຊັ້ນກຳມະກອນຕ້ອງໄດ້ຮັບການຍົກສູງຂຶ້ນ. ທີ່ຕັ້ງຂອງກຳມະບານ ແມ່ນຕາງໜ້າໃຫ້ຊົນຊັ້ນກຳມະກອນໃນການເຂົ້າຮ່ວມການຄຸ້ມຄອງ ບໍ່ພຽງແຕ່ເລື່ອງຍົກອອກບັນດານະໂຍບາຍຢູ່ຂັ້ນສູນກາງເທົ່ານັ້ນ ຫາກຕ້ອງມີຄວາມໝັ້ນຄົງຈາກທຸກໆຮູບແບບຮາກຖານ, ຮູ້ໄດ້ບັນດາສິ່ງທີ່ຜິດກົດໝາຍ ແລະ ບໍ່ເໝາະສົມ ເພື່ອປະກອບສ່ວນສ້າງນະໂຍບາຍໃຫ້ຖືກຕ້ອງ ແລະ ປົກປ້ອງຄວາມເປັນທຳຂອງກຳມະກອນ”.