ອົງການຕິດຕາມກວດການິວເຄຼຍ ຄົ້ນຄ້ວາແຜ່ນດິນໄຫວຢູ່ ສປປ ເກົາຫຼີ
(VOVWORLD) - ວັນທີ 23 ກັນຍາ, ອົງການສົນທິສັນຍາເກືອດຫ້າມທົດລອງ ນິວເຄຼຍຮອບດ້ານ (CTBTO), ອົງການຕິດຕາມກວດກາເລື່ອງຫລຸດຜ່ອນນິວເຄຼຍ, ປະກາດວ່າ ເຂົາເຈົ້າພວມຄົ້ນຄ້ວາ ການຜັນແປຂອງແຜ່ນດິນໄຫວຜິດປົກກະຕິຢູ່ ສປປ ເກົາຫຼີ.
ພາບຈາກ EPA/TTXVN |
ຄຳປະກາດນີ້ໄດ້ຍົກອອກມາພາຍຫຼັງມີການປະກາດກ່ຽວກັບເຫດແຜ່ນດິນໄຫວຢູ່ ສປປ ເກົາຫຼີ. ຕາມ CTBTO ແລ້ວ, ແຜ່ນດິນໄຫວນີ້ ໄດ້ຮັບການພົບເຫັນຢູ່ສະຖານທີ່ໜຶ່ງຫ່າງຈາກສະຖານທີ່ເຊິ່ງ ສປປ ເກົາຫຼີ ດຳເນີນເຫດທົດລອງລູກສອນໄຟນິວເຄຼຍ ຄັ້ງທີ 6 ໃນຕົ້ນເດືອນ ກັນຍາ ປະມານ 50 ກມ.
ກ່ອນໜ້ານັ້ນ, ອົງການອຸຕຸນິຍົມຂອງ ສ ເກົາຫຼີ ໃຫ້ຮູ້ວ່າ ໄດ້ພົບເຫັນເຫດແຜ່ນດິນໄຫວຢູ່ ສປປ ເກົາຫຼີ ທີ່ເຂດ Kilju, ແຂວງ Hamgyong ເໜືອ. ນີ້ແມ່ນແຫ່ງທີ່ມີສະຖານທີ່ທົດລອງລູກສອນໄຟ Punggye –ri, ຊຶ່ງແມ່ນສະຖານທີ່ທົດລອງລູກສອນໄຟໜຶ່ງດຽວຂອງ ສປປ ເກົາຫຼີ.