ອົງການປະເມີນຄວາມ ເຊື່ອຖືFitchຍົກລະດັບຄວາມເຊື່ອຖືຫວຽດນາມຂື້ນລະດັບ“ຕັ້ງໜ້າ”
ສຳນັກງານ Fitch Ratings
(ພາບ: fica.vn)
(vovworld) – Fitch Ratings, ເຊິ່ງແມ່ນອົງການປະເມີນຄວາມເຊື່ອຖື, ຫາກໍ່ຍົກລະດັບແງ່ຫວັງຄວາມເຊື່ອຖືຂອງ ຫວຽດນາມ ຈາກລະດັບ “ຄວາມໝັ້ນຄົງ” ຂຶ້ນເຖິງ ລະດັບ “ຕັ້ງໜ້າ” ຍ້ອນການຫັນປ່ຽນດ້ານເສດຖະກິດໃນໄລຍະຜ່ານມາ. ຕາມບົດລາຍງານທີ່ Fitch Ratings ຫາກໍ່ໄດ້ປະກາດຢ່າງເປັນທາງການໃນວັນທີ 23/1, ໜຶ່ງໃນບັນດາສາຍເຫດພາໃຫ້ອົງການດັ່ງກ່າວຍົກລະດັບ ແງ່ຫວັງ ຫວຽດນາມ ຂຶ້ນຍ້ອນເສດຖະກິດມາຫາພາກພາຍໃນປະເທດພວມມີສັນຍານຕັ້ງໜ້າກ່ວາ. Fitch Ratings ກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ຢືດໝັ້ນບັນດານະໂຍບາຍເພື່ອຮັບປະກັນເສດຖະກິດມະຫາພາກ, ການເຕີບໂຕ GDP ໝັ້ນຄົງ ແລະ ຮັກສາລະດັບເງິນເຟີ້ໃນລະດັບຕຳ່ຄືປະຈຸບັນ. ນອກຈາກນັ້ນແລ້ວ, ອົງການນີ້ກໍ່ຄາດວ່າ, ແຫຼ່ງທຶນສະຫງວນໃຫ້ການສ້າງໂຄງປະກອບຂະແໜງທະນາຄານຄືນໃໝ່ຈະໄດ້ຮັບການເປີດກ້ວາງກ່ວາໃນໄລຍະຈະມາເຖິງ ແລະ ຢູ່ໃນລະດັບປະມານ 10% GDP.