ອົງການອາຫານໂລກ ປາດຖະໜາຢາກ ເພີ່ມທະວີການຮ່ວມມືຍຸດທະສາດກັບຫວຽດນາມ

ອົງການອາຫານໂລກ ປາດຖະໜາຢາກ ເພີ່ມທະວີການຮ່ວມມືຍຸດທະສາດກັບຫວຽດນາມ - ảnh 1
ຜູ້ອຳນວຍການ​ບໍລິຫານ WFP ທ່ານ​ນາງ Ertharin Cousin
ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Hoang Long
(ພາບ: vietnamplus.vn)

(vovworld) -     ​ອົງການ​ອາຫານ​ໂລກ (WFP) ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ. ຜູ້ອຳນວຍການ​ບໍລິຫານ WFP ທ່ານ​ນາງ Ertharin Cousin ​ໄດ້​ກ່າວຄື​ດັ່ງກ່າວໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້​ຕາງໜ້າ​ຜູ້​ປະຈຳການ​ຫວຽດນາມ ຢູ່ WFP Nguyen Hoang Long ເຂົ້າຍື່ນສານ​ຕາ​ຕັ້ງ​ເມື່ອ​ວັນ​ທີ 4/10. ນະ​ທີ່​ນີ້, ທ່ານ​ນາງ​ Ertharin ​ໄດ້​ຕີ​ລາຄາ​ກາລະ​ໂອກາດ ​ແລະ ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງ WFP ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕັ້ງໜ້າ, ຖື​ການ​ພົວພັນ​ລະຫວ່າງ WFP ​ແລະ ຫວຽດນາມ ​ແມ່ນ​ມີລັກສະ​ນະ​ຍຸດ​ທະ​ສາດ. ທ່ານ​ນາງ Ertharin ປາດ​ຖະໜາ​ວ່າ WFP ​ແລະ ຫວຽດນາມ ຈະບັນລຸ​ໄດ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ໄລຍະຍາວ​, ກ່ອນ​ອື່ນ​ໝົດ​ແມ່ນ​ເລື່ອງ​ຫວຽດນາມ ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ, ​​ແບ່ງປັນບົດຮຽນ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ໃຕ້ - ​ໃຕ້. ທ່ານ Nguyen Hoang Long ກໍ​​ເຕື້ອງ​ຄືນທັດ​ສະ​ນະ​ຂອງ​ລັດ​ຖະບານ​ຫວຽດນາມ ທີ່ປາດ​ຖະໜາ ​ແລະ ກຽມພ້ອມ​ເຂົ້າ​ຮ່ວມ​ໃນ​​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ສະຫະ​ປະຊາ​ຊາດ ​ແລະ ປະຊາ​ຄົມ​ໂລກ​ຢ່າງ​ມີຄວາມ​ຮັບຜິດຊອບ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ບົນ​ພື້ນຖານ​ເງື່ອນ​ໄຂ ​ແລະ ຄວາມ​ສາມາດ​ຂອງ​ຫວຽດນາມ; ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ WFP ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ