ອົງການ FAO ກ່າວເຕືອນໄພອຶດຫິວເພີ່ມຂຶ້ນຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ
(VOVWORLD) -ໃນ 10 ຄົນໃດຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ຈະມີ 1 ຄົນບໍ່ມີຂອງກິນ.
ມີປະຊາກອນປະມານ 60 ລ້ານຄົນຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ພວມດຳລົງຊີວິດຢູ່ໃນສະພາບຂາດແຄນອາຫານ (ພາບ: AFP/TTXVN) |
ວັນທີ 17 ທັນວາ, ອົງການອາຫານ ແລະ ການກະເສດ ສປຊ (FAO) ໃຫ້ຮູ້ວ່າ ໃນ 10 ຄົນໃດຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ຈະມີ 1 ຄົນຂາດອາຫານ. ສະພາບການດັ່ງກ່າວ ມີເປັນໜ້າວິຕົກກັງວົນກວ່າ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ມີທ່າອ່ຽງສືບຕໍ່ເພີ່ມຂຶ້ນ ເມື່ອໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ ຍ້ອນເຊື່ອໄວຣັດກາຍພັນ Omicron ໄດ້ກວດພົບຢ່າງຕໍ່ເນື່ອງ ແລະ ການສັກວັກຊິນຍັງຢູ່ໃນລະດັບຕ່ຳ. ທ່ານ Jorge Meza ຜູ້ຕາງໜ້າອົງການ FAO ປະຈຳ ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ເນັ້ນໜັກວ່າ ໜຶ່ງໃນບັນດາຄວາມສົນໃຈຫຼາຍທີ່ສຸດຂອງອົງການນີ້ໃນປີໜ້າ ແມ່ນ ສະພາບການໂລກລະບາດໂຄວິດ - 19 ບໍ່ອາດຄາດຄະເນລ່ວງໜ້າໄດ້ ແລະ ຜົນກະທົບຈາກໂລກລະບາດດັ່ງກ່າວຕໍ່ສະພາບການຂາດສານອາຫານ.
ອົງການ FAO ຄາດຄະເນວ່າ ມີປະຊາກອນປະມານ 60 ລ້ານຄົນຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ພວມດຳລົງຊີວິດຢູ່ໃນສະພາບຂາດແຄນອາຫານ, ເຊິ່ງສູງກວ່າ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.