ກອງປະຊຸມອົງຄະນະພັກຢູ່ຕ່າງປະເທດອາຍຸການ 2015 – 2020
(ພາບ: TTXVN)
(vovworld) – ວັນທີ 03/11, ຢູ່ຮ່າໂນ້ຍ, ດຳເນີນກອງປະຊຸມອົງຄະນະພັກຢູ່ຕ່າງປະເທດອາຍຸການ 2015 – 2020. ກອງປະຊຸມເພື່ອແນໃສ່ຕີລາຄາວຽກງານກໍ່ສ້າງພັກ, ວຽກງານຂົນຂວາຍມະຫາຊົນຢູ່ຕ່າງປະເທດອາຍຸການ 2010 – 2015, ປຶກສາຫາລືທິດທາງໜ້າທີ່, ມາດຕະການຜັນຂະຫຍາຍໜ້າທີ່ຂອງອົງຄະນະພັກຢູ່ຕ່າງປະເທດອາຍຸການ 2015 – 2020, ພ້ອມທັງ ປະກອບຄຳເຫັນໃສ່ຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເລຮົ່ງແອງ ຊີ້ແຈ້ງວ່າ:
“ອົງຄະນະພັກຢູ່ຕ່າງປະເທດຄວນຊີ້ນຳນຳພາມະຫາຊົນຢູ່ຕ່າງປະເທດ ປະຕິບັດແນວທາງພົວພັນຕ່າງປະເທດຂອງພັກ, ລັດໃນໄລຍະຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງກັບສາກົນໃຫ້ດີ ເພື່ອຮັບໃຊ້ຄາດໝາຍ ຮັກສາສັນຕິພາບໃຫ້ໝັ້ນຄົງ, ສະແຫວງຫາບັນດາແຫຼ່ງກຳລັງຢູ່ພາຍນອກເພື່ອພັດທະນາປະເທດຊາດ, ຍົກສູງລະດັບຄອງຊີບຂອງປະຊາຊົນ, ຮັບສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ພ້ອມກັນນັ້ນ, ເພີ່ມທະວີວຽກງານໂຄສະນາເຜີບແຜ່ ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ສະພາບການຂອງປະເທດໃຫ້ພະນັກງານສະມາຊິກພັກ ແລະ ມະຫາຊົນຢູ່ຕ່າງປະເທດ”