ອັດກອງປະຊຸມຂັ້ນສູງກ່ຽວກັບການສົ່ງເສີມການລົງທຶນທົ່ວໂລກຢູ່ອິນເດຍ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon
(ພາບ: AFP/TTXVN)
(vovworld) – ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 13/01, ກອງປະຊຸມຂັ້ນສຸງຄັ້ງທີ 7 ກ່ຽວກັບການສົ່ງເສີມການລົງທຶນທົ່ວໂລກຢູ່ລັດ Gujarat, ອິນເດຍ ໄດ້ອັດລົງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໃຫ້ຄຳໝັ້ນສັນຍາຈະນຳອິນເດຍ ກາຍເປັນປະເທດດຳເນີນທຸລະກິດຢ່າງງ່າຍດາຍທີ່ສຸດ, ເພື່ອແນໃສ່ດຶງດູດບັນດານັກລົງທຶນທົ່ວໂລກຄື ສ້າງກົນໄກພາສີຢ່າງໝັ້ນຄົງ; ສ້າງສະພາບແວດລ້ອມ ແລະ ນະໂຍບາຍລົງທຶນຍຸຕິທຳ, ກະຈາງແຈ້ງ… ທ່ານນາຍົກລັດຖະມົນຕີ Modi ຮຽກຮ້ອງໃຫ້ບັນດາປະເທດ, ວິສາຫະກິດ ແລະ ວົງການນັກລົງທຶນເຂົ້າຮ່ວມວິວັດທະນາການພັດທະນາຂອງອິນເດຍ ຕາມຂໍ້ລິເລີ່ມ “Make in ອິນເດຍ”, ພ້ອມທັງເນັ້ນໜັກວ່າ, New Delhi ສະໜັບສະໜູນບັນດາຄຳໝັ້ນສັນຍາດ້ວຍການເຄື່ອນໄຫວລະອຽດ, ດ້ວຍຄາດໝາຍສຸດທ້າຍແມ່ນເພື່ອຜົນປະໂຫຍດໃຫ້ທຸກຄົນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນກຳນົດແຜນການພັດທະນາພາຍຫຼັງປີ 2015 ດ້ວຍຈຸດໝາຍພັດທະນາຢ່າງໝັ້ນຄົງ. ທ່ານກໍ່ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຢູ່ອິນເດຍ ນຳໜ້າໃນການຫັນປ່ຽນເພື່ອບັນລຸໄດ້ຄາດໝາຍພັດທະນາຢ່າງຮ້ອບດ້ານ ແລະ ໝັ້ນຄົງ.