ອັດກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດ
(VOVWORLD) -ຕອນບ່າຍວັນທີ 11 ກຸມພາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນວາລະອັດກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 42.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
(ພາບ: quochoi.vn)
|
ສະຫຼຸບກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີວ່າ, ພາຍຫຼັງກອງປະຊຸມຂອງລັດຖະບານ, ບັນດາກຳມາທິການສະພາແຫ່ງຊາດໄດ້ ຄົ້ນຄວ້າ, ຮັບເອົາຄຳເຫັນປະກອບ ປັບປຸ່ງຮ່າງກົດໝາຍ 2 ສະບັບນັ້ນແມ່ນ: ກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝການກະທຳຜິດດ້ານບໍລິຫານ ແລະ ກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ. ພ້ອມທັງຜັນຂະຫຍາຍວຽກງານກະກຽມເພື່ອຈັດຕັ້ງປີເປັນປະທານ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) 2020 ໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໃສ່ໃຈວ່າ, ຕ້ອງສ້າງບັນດາຮ່າງມະຕິກ່ຽວກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ 6 ແຂວງ, ນະຄອນໃຫ້ສົມບູນແບບ ເພື່ອເຊັນປະກາດໃຊ້ໃຫ້ແກ່ບັນດາທ້ອງຖິ່ນມີການກະກຽມກ່ອນທີ່ກ້າວເຂົ້າສູ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ.
“ໄລ່ມາຮອດຈຸດເວລານີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ສຳເລັດພິຈາລະນາຂໍ້ຕົກລົງແຜນການສັບຊ້ອນຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງ, ນະຄອນຂຶ້ນກັບສູນກາງໂດຍພື້ນຖານ. ສະເໜີໃຫ້ລັດຖະບານ, ອຳນາດການປົກຄອງທ້ອງຖິ່ນຮີບເຮັ່ງຈັດຕັ້ງການຜັນຂະຫຍາຍ, ປະຕິບັດບັນດາມະຕິ ເພື່ອຮັບປະກັນໃຫ້ບັນດາຫົວໜ່ວຍບໍລິຫານສັບຊ້ອນຢ່າງທັນການ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກ. ສິ່ງສຳຄັນນັ້ນແມ່ນ ຕ້ອງຮັບປະກັນສະພາບສະຖຽນລະພາບຢູ່ທ້ອງຖິ່ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາເຂດຖືກສັບຊ້ອນຄືນໃໝ່.”
ຄາດວ່າ, ທີ່ກອງປະຊຸມຄັ້ງທີ 43 ເຊິ່ງຈະດຳເນີນໃນເດືອນ ມີນາ ຈະມາເຖິງ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ ແລະ ບາງເນື້ອໃນອື່ນໆ.