ອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 12

(VOVWORLD) -ຕອນບ່າຍວັນທີ 10/5, ພາຍຫຼັງດຳເນີນມາເປັນເວລາ 6 ວັນ, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ອັດລົງ

ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ອັດລົງດ້ວຍການສຳເລັດບັນດາເນື້ອໃນທັງໝົດຕາມແຜນການທີ່ໄດ້ວາງອອກ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ມີບົດກ່າວປາໄສທີ່ສຳຄັນ ອັດກອງປະຊຸມ.

   ອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກ່າວອັດກອງປະຊຸມ

       ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກໄດ້ຮັບຮອງເອົາບັນດາມະຕິ, ຂໍ້ສະຫຼຸບຂອງສູນກາງພັກ, ພິເສດແມ່ນເຫັນດີເປັນເອກະສັນ ປະກາດໃຊ້ມະຕິ 3 ສະບັບກ່ຽວກັບ “ການສ້າງລະບອບລະບຽບການເສດຖະກິດຕະຫຼາດໃຫ້ສົມບູນແບບຕາມກຳນົດທິດສັງຄົມນິຍົມ” ; “ສືບຕໍ່ສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດ; “ພັດທະນາເສດຖະກິດພາກເອກະຊົນ ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ ແລະ ຕັດສິນບາງບັນຫາທີ່ສຳຄັນອື່ນໆອີກ.

        ໃນບົດກ່າວປາໄສອັດກອງປະຊຸມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຊີ້ແຈ້ງວ່າ : ໃນໄລຍະທີ່ຈະມາເຖິງ, ທັງລະບົບການເມືອງຄວນສືບຕໍ່ປ່ຽນໃໝ່ຈິນຕະນາການ, ຍົກສູງລະດັບຄວາມຮັບຮູ້ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ຖືນີ້ແມ່ນປັດໄຈທີ່ຈຳເປັນຕ້ອງປະຕິບັດ, ພາວະວິໄສໃນວິວັດການພັດທະນາເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ, ສ້າງເງື່ອນໄຂສະດວກເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາໃນທຸກຂົງເຂດ, ທຸກຂະແໜງການຊຶ່ງກົດໝາຍບໍ່ເກືອດຫ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ