ອັດກອງປະຊຸມທົ່ວປະເທດ ຊາບຊືມການປະຕິບັດມະຕິ ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 11

ອັດກອງປະຊຸມທົ່ວປະເທດ  ຊາບຊືມການປະຕິບັດມະຕິ  ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 11 - ảnh 1
ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4
ພາບ:baomoi.com.vn

(vovworld)ຕອນເຊົ້າວັນທີ 29/2 ກອງ​ປະຊຸມພະນັກງານທົ່ວປະເທດຊາບຊືມຜັນຂະຫຍາຍການປະຕິບັດມະຕິກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 - ດ້ວຍ​ຫົວ​ຂໍ້ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ ​ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​​ໃນ​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ເລ​ຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ​ເພື່ອ​ປະຕິບັດ​ມະຕິ​ດັ່ງກ່າວ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ສູງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ຄວນ​ປະຕິບັດ​ດ້ວຍ​ຄວາມ​ລະມັດລະວັງ, ບໍ່​ຄວນຟ້າວ​ຝັ່ງ. ກ່ຽວ​ກັບ​ບັນຫາ​ຕຳ​ນິຕົນ​ເອງ ​ແລະ ຕຳນິໝູ່. ຕາມ​ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ​ແລ້ວ, ບັນດາ​ຄະ​ນະ​ພັກ ຄວນ​ກຳ​ແຫນ້ນ​ແຜນການ, ສຸມ​ໃສ່​ເຂົ້າ​ໃນ 3 ​ເນື້ອ​ໃນ​ທີ່​ລະບຸ​ໃນ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ. ​ເມື່ອ​ລົງ​ກວດກາ ຕ້ອງ​ປະຕິບັດ​ຕາມ 19 ຂໍ້​ຫ້າມ​ສຳລັບສະມາຊິກ​ພັກ, ເປີດ​ເຜີຍ 19 ຂໍ້​ຫ້າມນັ້ນ​ເພື່ອ​ໃຫ້​ໝູ່​ມະຫາຊົນ​ຕິດຕາມ​ກວດກາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກໍ່​ຕັ້ງ​ບັນຫາ​ກ່ຽວ​ກັບ​ການ​ເສື່ອມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ປະຈຸ​ບັນ, ບົດບາດ​ຂອງ​ຜູ້ນຳ​ຫນ້າ​ທີ່​ມີ​ຕໍ່​ຄະ​ນະ​ພັກ ​ແລະ ສະມາຊິກ​ພັກ​ແຕ່ລະຄົນ. ທ່ານ​ເລຂາທິການ​ໃຫຍ່​ຍັງ​ຖື​ວ່າ: ຄວນ​ມີ​ບັນດາ​ກົນ​ໄກ​ເພື່ອ​ຄັດ​ເລືອ​ກພະ​ນັກ​ງານ​ຢ່າງ​ຊັດ​ເຈນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ພະນັກງານ​ຂັ້ນ​ຮາກ​ຖານ​ເສີມ​ຂະຫຍາຍ​ກຳລັງ​ຄວາ​ມສາມາດ​ຂອງ​ຕົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍຫລັງ​ກອງ​ປະຊຸມ​ຄັ້ງ​ນີ້ ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ ຈະ​ປະຕິບັດ​ມະຕິ​ດັ່ງກ່າວ​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ພັກ​​ເຂັ້ມ​ແຂງ​ກວ່າ, ສະມາຊິກ​ພາຍ​ໃນ​ພັກ​ມີ​ຄວາມ​ສາມັກຄີ​ກວ່າ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ປະຊາຊົນ, ​​ແລະ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ​ພັກ ​ແລະ ປະຊາຊົນ​ນັບ​ມື້​ນັບ​ສະຫນິດ​ຕິດ​ພັນ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ທົ່ວ​ສັງ​ຄົມ ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ