( vovworld ) – ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທະວີບອາເມລິກາ (OAS) ຢູ່ Colombia ຈັດຂຶ້ນເມື່ອວັນທີ 15/4 ບໍ່ສາມາດອອກຖະແຫຼງການຮ່ວມພາຍຫຼັງອັດກອງປະຊຸມ ຍ້ອນການຄັດຄ້ານຂອງອາເມລິກາ ແລະ ການາດາ ຕໍ່ບັນດາຂໍ້ສະເໜີຮັບ ກູບາ ເຂົ້າເປັນສະມາຊິກຂອງກຸ່ມຄືນໃໝ່. ປະທານາທິບໍດີປະເທດເຈົ້າພາບ Juan Manuel Santos ໃຫ້ຮູ້ວ່າ ບັນດາຄວາມບໍ່ລົງລອຍກັນຍ້ອນນະໂຍບາຍປໍລະປັກຂອງອາເມລິກາ ທີ່ມີຕໍ່ ກູບາ ໄດ້ເປັນການກີດຂວາງບັນດາທ່ານປະມຸກລັດ ບັນລຸໄດ້ຄວາມເຫັນດີເຫັນພ້ອມ. ສິ່ງທີ່ໜ້າສົນໃຈທີ່ກອງປະຊຸມຄັ້ງນີ້ແມ່ນ, ການຄັດຄ້ານນະໂຍບາຍຂວ້ຳບາດຂອງອາເມລິກາ ທີ່ມີຕໍ່ ກູບາ ໄດ້ເຮັດໃຫ້ປະທານາທິບໍດີ ອາເມລິກາ Barack Obam ຖືກຕົກຢູ່ໂດດດຽວ ແລະ ສະແດງໃຫ້ເຫັນວ່າ ຜົນສະທ້ອນຂອງອາເມລິກາ ຢູ່ພາກພື້ນນັບມື້ນັບຖືກຫລຸດລົງ. ນະໂຍບາຍເງິນຕາຂອງອາເມລິກາໄດ້ຮັບການຕຳນິຕິຕຽນຢ່າງຮ້າຍແຮງຈາກ ບຣາຊິນ ແລະ ຫຼາຍປະເທດໃນພາກພື້ນ. ອາເມລິກາ ຢືນຢູ່ຕໍ່ໜ້າກຳລັງດັນຢ່າງແຮງຂອງຫຼາຍປະເທດ ຊື່ງຮຽກຮ້ອງໃຫ້ເຊີນ ກູບາ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງຕໍ່ໄປຂອງບັນດາປະເທດທະວີບອາເມລິກາ (OAS).