ບັນດາຜູ້ແທນເຂົ້າຮ່ວມວາລະອັດກອງປະຊຸມ ASEM 11
ພາບ:internet
|
(vovworld)- ຕອນບ່າຍວັນທີ 16/7, ກອງປະຊຸມສຸດຍອດ ASEM 11 ໄດ້ອັດລົງຢ່າງຈົບງາມ. ກອງປະຊຸມໄດ້ຮັບຮອງເອົາຖະແຫລງການປະທານ ແລະ ຖະແຫລງການ Ulan Bator ດ້ວຍຄຳຕັດສິນສຳຄັນຫລາຍຢ່າງ, ສົ່ງສານຢ່າງແຮງຂອງບັນດາການນຳ ASEM ກ່ຽວກັບຄວາມຕັດສິນໃຈເພີ່ມທະວີການພົວພັນຄູ່ຮ່ວມມື ອາຊີ - ເອີລົບ ເພື່ອອະນາຄົດຜ່ານການເຊື່ອມຈອດ, ພ້ອມທັງກຳນົດທິດໃຫ້ແກ່ການຮ່ວມມືຂອງເວທີປາໄສໃນໄລຍະຈະມາເຖິງ. ບັນດາການນຳກໍຮັບຮອງເອົາ 20 ຂໍ້ລິເລີ່ມໃຫມ່ ໂດຍບັນດາປະເທດສະມາຊິກສະເຫນີ ແລະ ສ້າງຕັ້ງກຸ່ມຮ່ວມມືວິຊາສະເພາະທີ 20 ເພື່ອຫັນບັນດາການກຳນົດທິດຮ່ວມມືໄລຍະ 2016-2018 ໃຫ້ປະກົດຜົນເປັນຈິງ. ໃນນັ້ນ ຫວຽດນາມ ສະເຫນີຂໍ້ລິເລີ່ມ “ກອງປະຊຸມ ASEM11 ກ່ຽວກັບການສຶກສາທີ່ມີຫົວຄິດປະດິດສ້າງ ແລະ ສ້າງແຫລ່ງຊັບພະຍາກອນມະນຸດເພື່ອການພັດທະນາແບບຍືນຍົງ” ແລະ ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ.
ທີ່ພິທີອັດກອງປະຊຸມ, ບັນດາສະມາຊິກ ຊົມເຊີຍEU ເປັນເຈົ້າພາບກອງປະຊຸມສຸດຍອດ ASEM ຄັ້ງທີ 12 ໃນປີ 2018 ແລະ ມຽນມາ ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 13 ໃນປີ 2017 ພ້ອມທັງຢືນຢັນ ພ້ອມກັນມານະພະຍາຍາມສົມທົບກັນເພື່ອຮັບປະກັນໃຫ້ບັນດາກອງປະຊຸມດຳເນີນໄປຢ່າງສຳເລັດຜົນ.
ກ່ອນຫນ້ານັ້ນ, ໃນຕອນເຊົ້າວັນທີ 16/7, ບັນດາການນຳ ASEM ໄດ້ດຳເນີນວາລະປະຊຸມ ກ່ຽວກັບ “ການເພີ່ມທະວີສາມເສົາຄ້ຳຮ່ວມມື ASEM, ສຸມໃສ່ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນ, ພິເສດ ແມ່ນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ລັດທິກໍ່ການຮ້າຍ, ຊາວອົບພະຍົບ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ອາວຸດລ້າງຜານ, ຄວາມປອດໄພໃນການເດີນທະເລ.. ກອງປະຊຸມອອກຖະແຫລງການກ່າວປະນາມຢ່າງແຮງບັນດາເຫດກໍ່ການຮ້າຍທີ່ເກີດຂຶ້ນຢູ່ທັງ ອາຊີ ແລະ ເອີລົບ, ສະແດງຄວາມສາມັກຄີ ແລະ ສົ່ງຄວາມເສົ້າສະຫລົດໃຈຢ່າງເລິກເຊິ່ງເຖິງລັດຖະບານ ແລະ ປະຊາຊົນ ຝລັ່ງ ທີ່ຖືກເສຍຫາຍຢ່າງຫນັກຫນ່ວງຍ້ອນເຫດກໍ່ການຮ້າຍເມື່ອວັນທີ 14/7. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີບັນດາສະມາຊິກ ASEM ສືບຕໍ່ປະຕິບັດຄຳຕັດສິນໃຈດ້ານການເມືອງ ແລະ ມີຄວາມຮັບຜິດຊອບສູງ, ນຳຫນ້າຊຸກຍູ້ບັນດາກົນໄກເຈລະຈາຮ່ວມມືພາກພື້ນ, ລະຫວ່າງພາກພື້ນ ແລະ ທົ່ວໂລກ ພ້ອມທັງເອົາໃຈໃສ່ເຖິງບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຫວຽດນາມໄດ້ ແລະ ພວມມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ແລະ ປະຊາຄົມໂລກ ສືບຕໍ່ເພີ່ມທະວີການປະກອບສ່ວນແທດຈິງ ແລະມີຄວາມຮັບຜິດຊອບ, ຊຸກຍູ້ການເຈລະຈາເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ.