ອັດກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13

ອັດກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ
ພາບ:chinhphu.vn

 (vovworld)- ​  ຕອນ​ບ່າຍ​ວັນ​ທີ 26/6, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ອັດ​ລົງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊ​ີງ​ຮຸ່ງ ຊີ້​ແຈ້ງວ່າ: ສະ​ພາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ລາຍ​ການ​ເຮັດ​ວຽກ​ດ້ວຍ​ປະ​ລິ​ມານ​ວຽກ​ງານ​ຫລາຍ, ມີ​ຫລາຍ​ເນື້ອ​ໃນ​ສຳ​ຄັນ. ນີ້​ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຕີ​ລາ​ຄາ​ກ່ຽ​ວ​ກັບ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ​ໃນ​ປີ​ຜ່ານ​ມາ, ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ເສດ​ຖະ​ກິດ ສັງ​ຄົມ, ປະ​ກາດ​ໃຊ້​ກົດ​ໝາຍ ແລະ​ຕັດ​ສິນ​ຫລາຍ​ບັນ​ຫາ​ສຳ​ຄັນ​ອື່ນໆຂອງ​ຊາດ,  ໃນ​ນັ້ນ ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮອງ​ເອົາ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນກໍ່​ສ້າງ​ສະ​ຫນາມ​ບິນ​ສາ​ກົນ ລອງ​ແທ່ງ ແລະ ຖື​ວ່າ ນີ້​ແມ່ນ​ໂຄງ​ການ​ສຳ​ຄັນ​ພິ​ເສດ​ຂອງ​ຊາດ, ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ພາກ​ໃຕ້ ແລະ ທັງ​ປະ​ເທດ. ​ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຊີ້​ແຈ້ງວ່າ:

        “ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ ຊຸ​ດ​ທີ 13 ໄດ້​ປະ​ສົບ​ຜົນ​ສຳ​ເລັດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ພາຍ​ຫລັງ​ກອງ​ປະ​ຊຸມ​ເທື່ອນີ້, ຂ້າ​ພະ​ເຈົ້າ​ສະ​ເຫນີ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ທັນ​ທີ ເພື່ອ​ລາຍ​ງານ​ໝາກ​ຜົນ​ກອງ​ປ​ະ​ຊຸມ, ຊອກ​ຮູ້​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.”

ຂ່າວ/ບົດ​ອື່ນ