ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
(vovworld) - ພາຍຫລັງເຮັດວຽກມາເປັນເວລາ 19 ວັນ, ກອງປະຊຸມສະໄໝສາມັນສຸດທ້າຍຂອງສະພາແຫ່ງຊາດຊຸດທີ 13 (2011 - 2016) ໄດ້ອັດລົງໃນຕອນເຊົ້າວັນທີ 12/04.
ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ສະພາແຫ່ງຊາດສະຫງວນເວລາພິຈາລະນາ, ຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2011 – 2015, ປະກາດໃຊ້ມະຕິຕົກລົງແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020. ທ່ານນາງ ຫງວຽນທິກີມເງິນ ໃຫ້ຮູ້ວ່າ:
“ຄາດໝາຍ 5 ປີຈະມາເຖິງ ແມ່ນຕ້ອງຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສູ້ຊົນເພື່ອໃຫ້ລະດັບເຕີບໂຕເສດຖະກິດສູງກ່ວາ 5 ປີກ່ອນ; ສືບຕໍ່ຍູ້ແຮງການປະຕິບັດບັນດາບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບປ່ຽນໃໝ່ຮູບແບບການເຕີບໂຕ; ຍົກສູງສະມັດຕະພາບແຮງງານ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການປະຕິຮູບດ້ານບໍລິຫານ; ສ້າງການຫັນປ່ຽນຢ່າງຈະແຈ້ງກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະຕິບັດການປະຢັດ,
ຕ້ານການຟຸມຟືອຍ. ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ສ້າງສະພາບແວດລ້ອມທີ່ສະດວກ ເພື່ອພັດທະນາປະເທດຊາດ; ສູ້ຊົນນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳໂດຍພື້ນຖານຕາມທິດທັນສະໄໝ ກ້າວຂຶ້ນບົນເສັ້ນທາງພັດທະນາໃໝ່ຢ່າງໝັ້ນຄົງ”
ສະພາແຫ່ງຊາດໄດ້ຕົດລົງປັບປຸງແຜນຜັງການນຳໃຊ້ທີ່ດິນຮອດປີ 2020 ແລະ ແຜນການນຳໃຊ້ທີ່ດິນທ້າຍໄລຍະ 2016 – 2020 ລະດັບຊາດ ແລະ ຮັບຮອງເອົາກົດໝາຍ 7 ສະບັບ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ: ເມື່ອຫວນຄືນອາຍຸການທັງໝົດ, ສາມາດຢັ້ງຢືນໄດ້ວ່າສະພາແຫ່ງຊາດຊຸດທີ 13 ໄດ້ເຮັດລ້ອນໜ້າທີ່ປະກາດໃຊ້ລັດຖະທຳມະນູນປີ 2013 ແລະ ສຳເລັດເລື່ອງຫັນລັດຖະທຳມະນູນເປັນລະອຽດເຂົ້າໃນບັນດາກົດໝາຍໂດຍພື້ນຖານ.
ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດສະຫງວນເວລາພິຈາລະນາບັນດາບົດລາຍງານຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການກວດສອບແຫ່ງລັດ.
ເມື່ອເຕື້ອງເຖິງວຽກງານບຸກຄະລາກອນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນໜັກວ່າ:
“ເພື່ອຕອບສະໜອງວຽກງານຊີ້ນຳນຳພາຂອງພັກ, ການບໍລິຫານຂອງລັດ ຢ່າງທັນການ, ສະພາແຫ່ງຊາດໄດ້ຕົກລົງໃຫ້ພົ້ນຕຳແໜ່ງ, ເລືອກຕັ້ງ, ໃຫ້ສັດຕະຍາບັນບາງຕຳແໜ່ງບຸກຄະລາກອນຂັ້ນສູງຂອງລັດ; ຮັບປະກັນລັກສະນະປະຊາທິປະໄຕ, ຖືກກັບແຜນນະໂຍບາຍ, ການກຳນົດທິດຂອງພັກ ແລະ ຂໍ້ກຳນົດຂອງກົດໝາຍ. ເປັນຄັ້ງທຳອິດທີ່ປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ ໄດ້ສາບານຕົວ ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ລັດຖະທຳມະນູນຕໍ່ສະພາແຫ່ງຊາດ, ໃຫ້ຄຳໝັ້ນສັນຍາຕໍ່ສະພາແຫ່ງຊາດ ແລະ ປະຊາຊົນ ຈະມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ສະພາແຫ່ງຊາດໄດ້ສະໜັບສະໜູນບັນດາທ່ານທີ່ຫາກໍ່ໄດ້ຮັບການເລືອກຕັ້ງ, ໃຫ້ສັດຕະຍາບັນ, ພ້ອມທັງຮຽກຮ້ອງໃຫ້ບັນດາການນຳ ສືບຕໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນ ໄວ້ເນື້ອເຊື່ອໃຈ ແລະ ມອບໝາຍໃຫ້”.
ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ, ລັດຖະບານ ແລະ ບັນດາຂະແໜງການ ຕັ້ງໜ້າຜັນຂະຫຍາຍການກະກຽມ ແລະ ຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021, ຮັບປະກັນເພື່ອໃຫ້ເຫດການການເມືອງທີ່ສຳຄັນຍິງນີ້ດຳເນີນໄປຢ່າງມີປະຊາທິປະໄຕ, ຖືກຕາມກົດໝາຍ, ມີຄວາມປອດໄພ, ປະຢັດ, ກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ.
ເມື່ອຫວນຄືນອາຍຸການສະພາແຫ່ງຊາດ 5 ປີຜ່ານມາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ.
“ໄລຍະ 5 ປີ ຜ່ານມາ, ອາຍຸການເຄື່ອນໄຫວຢ່າງມີປະຊາທິປະໄຕ, ມີຄວາມສາມັກຄີ, ມີພູມປັນຍາ, ຟົດຟື້ນ ແລະ ການປ່ຽນໃໝ່ໃກ້ຈະສິ້ນສຸດລົງ. ສະມາຊິກສະພາແຫ່ງຊາດແຕ່ລະທ່ານຍາມໃດກໍ່ຮູ້ສຶກວ່າ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມລໍຄອຍ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ຂ້າພະເຈົ້າຫວັງວ່າ, ເຖິງວ່າຈະສືບຕໍ່ດຳລົງຕຳແໜ່ງ ຫຼື ຖືກແຕ່ງຕັ້ງຮັບຜິດຊອບວຽກງານອື່ນໃດກໍ່ຕາມ, ຍາມໃດບັນດາສະມາຊິກສະພາແຫ່ງຊາດກໍ່ສືບຕໍ່ມານະພະຍາຍາມ ປະກອບສ່ວນໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ວຽກງານອື່ນໆຂອງປະເທດຊາດຢ່າງສຸດຈິດສຸດໃຈ”.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍສະແດງຄວາມຮູ້ບຸນຄຸນມາຍັງປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດທີ່ໄວ້ເນື້ອເຊື່ອໃຈ, ມອບໝາຍໜ້າທີ່ສຳຄັນໃຫ້ບັນດາສະມາຊິກສະພາແຫ່ງຊາດແມ່ນປະຕິບັດສິດອຳນາດຂອງປະຊາຊົນ. ດ້ວຍສະຕິຄວາມຮັບຜິດຊອບຕໍ່ປະຊາຊົນ, ຕໍ່ປະເທດຊາດ, ທ່ານນາງປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ, ສະພາແຫ່ງຊາດຊຸດທີ 14 ຈະສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ.