ອັດກອງປະຊຸມສຳມະນາ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ທາງພາຫະນະສື່ມວນຊົນ”
ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ |
(vovworld)- ກອງປະຊຸມສຳມະນາແຫ່ງຊາດ “ ຮັກສາຄວາມໃສແຈ້ງຂອງພາສາຫວຽດ ” ໂດຍວິທະຍຸກະຈາຍສຽງຫວຽດນາມສົມທົບກັບສະມາຄົມພາສາສາດຫວຽດນາມ, ສະມາຄົມນັກຂ່າວຫວຽດນາມຈັດຕັ້ງນັ້ນ ໄດ້ອັດລົງໃນຕອນບ່າຍວັນທີ 5/11ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນ, ບົດລາຍງານ 245 ບົດຈາກບັນດານັກຄົ້ນຄ້ວາ, ນັກຄຸ້ມຄອງ, ນັກຂ່າວ. ຕີລາຄາກ່ຽວດກັບໝາກຜົນຂອງ ກອງປະຊຸມສຳມະນາ, ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ :
“ ຜ່ານ ກອງປະຊຸມສຳມະນາຄັ້ງນີ້, ພວກເຮົາໄດ້ຊີ້ໃຫ້ເຫັນຄວາມຈຳເປັນຕ້ອງ ຮັກສາຄວາມໃສແຈ້ງຂອງພາສາຫວຽດເວົ້າລວມ, ບັນດາ ພາຫະນະສື່ມວນຊົນຕ້ອງເປັນແບບຢ່າງ ແລະ ຕ້ອງເຜີຍແຜ່ໄປຍັງທົ່ວສັງຄົມ. ຈາກບັນດາຂໍ້ສະເໜີຂອງບັນດານັກວິທະຍາສາດ, ນັກຂ່າວ ແລະ ບັນດາຜູ້ຮັກຫອມພາສາຫວຽດ, ສະເໜີພັກ, ລັດ ແລະ ສະພາແຫ່ງຊາດຄວນສ້າງແນວທາງນະໂຍບາຍກົດໝາຍກ່ຽວກັບພາສາສາດເວົ້າລວມ, ໃນນັ້ນມີພາສາຫວຽດ ແລະ ມີຄວາມຕ້ອງການອັນໜຶ່ງທີ່ພວກເຮົາໄດ້ວາງອອກ ນັ້ນແມ່ນຕ້ອງມີປະມວນກົດໝາຍກ່ຽວກັບພາສາສາດ, ໃນນັ້ນ, ພາສາຫວຽດມີຖານະເປັນພາສາກາງ”