ອັດກອງປະຊຸມໃຫ່ຍ ພາສາສາກົນທົ່ວໂລກ ຄັ້ງທີ 97

ອັດກອງປະຊຸມໃຫ່ຍ ພາສາສາກົນທົ່ວໂລກ ຄັ້ງທີ 97 - ảnh 1

ກອງ​ປະຊຸມ​ໃຫ່ຍພາສາ​ສາກົນ​ທົ່ວ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ເປັນ​ເທື່ອ​ທຳ​ອິດ

(ພາບ:quangninh.gov.vn)​

( vovworld ) – ດ້ວຍ​ຫົວ​ຂໍ້ “ພາສາ​ສາກົນ-​ຂົວ​​ເຊື່ອມຕໍ່​ເພື່ອ​ສັນຕິພາບ, ມິດຕະພາບ ​ແລະ ການ​ພັດທະນາ“. ກອງ​ປະຊຸມ​ໃຫ່ຍພາສາ​ສາກົນ​ທົ່ວ​ໂລກ​ຄັ້ງທີ 97 ຊື່​ງມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ເກືອບ 1000 ຄົນ​ທີ່​ມາ​ຈາກ 62 ປະ​ເທດ​ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 4/8 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໃຫ່ຍພາສາ​ສາກົນ​ທົ່ວ​ໂລກ​ຄັ້ງທີ 97 ​ໄດ້​ຮັບຮອງ​ເອົາ​ມະຕິ​ ​ໂດຍ​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ພາສາ Esperanto (ພາສາ​ສາກົນ) ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ອຸດົມ​ການ​ແຫ່ງ​ສັນຕິພາບ, ມິດຕະພາບ ​ແລະ ​ເຄົາລົບ​ນັບຖື​ຊື່​ງກັນ ​ແລະ ກັນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫ່ຍຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ​ 29/7-4/8/2012, ​ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ບັນ​ດາການ​ເຄື່ອນ​ໄຫວທີ່​ອຸດົມສົມບູນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ, ທ່ານ Nguyen Van Loi ປະ​ທາ​ນສະມາຄົມ​ພາສາ​ສາກົນ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງກອງ​ປະຊຸມ​ໃຫ່ຍພາສາ​ສາກົນ​ທົ່ວ​ໂລກ​ຄັ້ງທີ 97 ​ເນັ້ນໜັກ​ວ່າ:

   “​Esperantoໄດ້ຜູກ​ຮັດ​ພວກ​ເຮົາ, ​ແມ່ນ​ຂົວ​ແຫ່ງ​ຄວາມ​ຫວັງ, ຂົວ​​ແຫ່ງ​ຄວາມ​ຜາ​ສຸກ, ສະ​ເໝີ​ພາບ, ຮັກ​ແພງ​ກັນ​ລະຫວ່າງ​ປະຊາ​ຊາດ​ຕ່າງໆ, ລະຫວ່າງ​ບັນດາ​ທະວີບອາຊີ, ​ເອີ​ລົບ, ອາ​ຟຼິກາ, ​ອາ​ເມ​ລິ​ກາ, ທະວີບ​ມະຫາ​ສະໝຸດ. ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ສ້າງ​ຂົວ Esperanto ​ໃຫ້ນັບ​ມື້​ນັບໝັ້ນຄົງ​ກ່ວາ, ກ້ວາງ​ຂວາງ​ກ່ວາ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ຄວາມ​ໄຝ່ຝັນ​ອັນ​ສູງ​ສົ່ງ​ຂອງ​ມວນ​ມະນຸດ

 

 

 

ຂ່າວ/ບົດ​ອື່ນ