ອັດກອງປະຊຸມ ສະຫະສະພາ ສັງຄະລາດອາຊີ FABC

ອັດກອງປະຊຸມ ສະຫະສະພາ ສັງຄະລາດອາຊີ FABC - ảnh 1

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະຫະ​ສະພາ​ສັງຄະ​ລາດອາຊີ
ປີ 2009 ຊຶ່ງ​ຈັດ​ຂຶ້ນ​ຢູ່ ຟີ​ລິບ​ປີນ (ພາບ : btgcp.gov.vn)

Vovworld- ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ, ຕອນ​ເຊົ້າ​ວັນ​ທີ 16/12, ​ໄດ້​ດຳ​ເນີນ​ພິທີ​ອັດກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະຫະ​ສະພາ​ສັງຄະ​ລາດອາຊີ FABC ​ໂດຍສະພາ​ສັງຄະ​ລາດຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຂື້ນ. ​ຊຶ່ງ​ມີ​ການເຂົ້າ​ຮ່ວມ​ຂອງ​ພະ​ຄາ​ດີ​ນັນ, ສັງຄະ​ລາດ​, ຜູ້​ແທນ​ສະມາຄົມ​ຄຼິດທະ​ສາສະໜາຂອງ​ປະ​ເທດ​ຕ່າງໆ, ​ແລະ ສຳນັກ ວາ​ຕີ​ກັງ ລວມ122 ອົງ. ຜ່ານ​ຊຸມ​ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ​ສາສະໜາຂອງ​ປະ​ເທດ​ຕ່າງໆ​ໄດ້​ມີ​ໂອກາດ​ເຂົ້າ​ໃຈ​ຕື່ມອີກກ່ຽວ​ກັບປະ​ເທດ​ຊາດ, ປະ​ຊາ​ຊົນ, ປະຫວັດ​ສາດ, ວັດທະນະທຳ, ຮີດຄອງ​ປະ​ເພນີ​ຫວຽດນາມ. ພິ​ເສດ​ແມ່ນ​ການ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ນະ​ໂຍບາຍ​ເຄົາລົບ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໄສ​ສາສະໜາ ພ້ອມ​ທັງ​ຊ່ວຍ​ໃຫ້​ຊາວ​ຄຼິດຫວຽດນາມນັບ​ມື້​ນັບ​ເຊື່ອມ​ຕົວຢ່າງ​ແຂງ​ແຮງ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ