ອັດກອງປະຊຸມAMM48:ອາຊຽນເຫັນດີເຫັນພ້ອມໃນທຸກບັນຫາບຸລິມະສິດ

ອັດກອງປະຊຸມAMM48:ອາຊຽນເຫັນດີເຫັນພ້ອມໃນທຸກບັນຫາບຸລິມະສິດ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ
 Anipha Aman ກ່າວຄຳເຫັນທີ່ພິທີອັດກອງປະຊຸມ
(ພາບ:AFP/TTXVN)
(vovworld) –  ພາຍຫຼັງ ​ເຮັດ​ວຽກ​ເປັນ​ເວລາ 4 ວັນ, ກອງ​ປະຊຸມ AMM 48 ພ້ອມ​ກັບ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ໄດ້​ສິ້ນ​ສຸດ​ລົງໃນ​ວັນ​ທີ 6/8 ຢູ່​ມາ​ເລ​ເຊຍ. ​ໃນ​ການ​ປະຊຸມ​ຂ່າວອັດ​ກອງ​ປະຊຸມ AMM 48, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Anipha Aman ​ໃຫ້​ຮູ້​ວ່າ: ອາ​ຊຽນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຫຼາຍ​ບັນຫາ​ທີ່​ໄດ້​ຮັບ​ການ​ສົນ​​​ໃຈ. AMM 48 ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຢືນຢັນ​​ເຖິງຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​​ເຫັນ​ພ້ອມໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ​ກໍ​ຄືບັນດາ ​ບັນຫາ​ທົ່ວ​ໂລກ.

        ​ໃນ​ກອງ​ປະຊຸມ​ທຸກ​ຄັ້ງຂອງ​ອາ​ຊຽນ ​ແລະ  ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ບັນດາລັດຖະມົນຕີ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ ​ແມ່ນ​ສືບ​ຕໍ່​ມານະ​ພະຍາຍາມ​ກ້າວ​ໄປ​ເຖິງ​ການ​ສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ ທີ່ຕິດ​ພັນກັບ​ດ້ານການ​ເມືອງ, ຮ່ວມ​ສຳພັນກັບ​ເສດຖະກິດ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ທາງ​ສັງຄົມ​ໃນ​ທ້າຍ​ປີ 2015. ​ແລະວິ​ໄສທັດອາ​ຊຽນ ພາຍຫຼັງ​ປີ 2015 ຈະ​ກຳ​ນົດ​ທິດການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ໃນ 10 ປີ​ຈະ​ມາ​ເຖິງ. ບັນດາ​ລັດຖະມົນຕີ​ກໍ​ຍົກ​ສູງ​ບົດບາດ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ+1, ອາ​ຊຽນ+3, ກອງ​ປະຊຸມຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ, ​ເວທີ​ປາ​ໄສ​ພາກ​ພື້ນ ARF ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ຄວາມ​ວັດ​ທະນາ​ຖາວອນລວມ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາລັດຖະມົນຕີ​​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ ກ່ຽວກັບ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ​ໜຶ່ງ​ໃນ​ບັນດາ​ຈຸດ​ໃໝ່​ຂອງ​ຖະ​ແຫຼ​ງການກ່ຽວ​ກັບບັນຫາ​ທະ​ເລ​ຕາ​ເວັນ​ອອກ​ປີ 2015, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ນ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ບັນດາ​ລັດຖະມົນຕີ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຕ້ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)  ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ກໍ​ຄື​ພ້ອມ​ກັບ​ຈີນ ບົນ​ພື້ນຖານ​ຂໍ້​ຕົກລົງ​​ໃນມໍ່ໆ​ມາ​ນີ້ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ທາ​ບທາມ​ປະກອບ​ຄວາ​ມ​ເຫັນຢ່າງ​ແທດ​ຈິງ​ກ່ວາ, ​ໃນ​ນັ້ນ​ອາ​ຊຽນ ​ແລະ ຈີນ ອາດ​ຈະປຶກສາ​ຫາລື​ທຸກ​ປັດ​ໄຈ​ຂອງ​ປະມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະພຶດ​ຂອງ​​ ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC);  ຫວັງ​ວ່າດ້ວຍ​ການ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງຂອງ​ພາກ​ພື້ນ​ໃຫ້​ທຸກ​ຝ່າຍ ກ່ຽວ​ກັບ​ຄວາມ​ໝັ້ນຄົງ, ​ເສລີພາບ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ. ອາ​ຊຽນ ​ແລະ ຈີນ ສາມາດ​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ໃນ​ວິວັດທະນາ​ການ​ທາ​ບທາມ​ຄວາມ​ເຫັນ, ປຶກສາ​ຫາລື ​ເພື່ອ​ປະຕິບັດ​ສຳ​ເລັດ COC ​ໂດຍ​ໄວ”.


ຂ່າວ/ບົດ​ອື່ນ