(vovworld) - ການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ ຖືກອັດລົງຢ່າງເປັນທາງການໃນຕອນຄຳ່ວັນທີ 12/12 ຢູ່ຮ່າໂນ້ຍ, ພາຍຫຼັງການແຂ່ງຂັນມາເປັນເວລາ 5 ວັນ, ດ້ວຍ 34 ລາຍການຂອງນັກສະແດງ ຫວຽດນາມ, ລາວ, ກຳປູເຈຍ 200 ກວ່າຄົນ. ຄະນະຈັດຕັ້ງໄດ້ມອບຫຼຽນຄຳໃຫ້ 5 ລາຍການ, ຫຼຽນເງິນໃຫ້ 8 ລາຍການ. ນອກນັ້ນຄະນະຈັດຕັ້ງຍັງມອບ 3 ລາງວັນໃຫ້: ຜູ້ກຳກັບການສະແດງ, ຄູເຝິກທີ່ດີເດັ່ນ ແລະ ນັກສະແດງທີ່ມີຄວາມສາມາດທີ່ສຸດ.
ການເສັງກາຍຍະສິນ 3 ປະເທດຫວຽດນາມ-ລາວ-ກຳປູເຈຍ 2015 ແມ່ນການເຄື່ອນໄຫວວັດທະນະທຳທີ່ສຳຄັນ ເພື່ອແນໃສ່ເພີ່ມທະວີນຳ້ໃຈສາມັກຄີ, ການຮ່ວມມືມິດຕະພາບລະຫວ່າງສາມປະເທດ. ການເສັງສະແດງໃຫ້ເຫັນສາຍພົວພັນສະໜິດຕິດພັນລະຫວ່າງສາມພື້ນຖານວັດທະນະທຳໃນພາກພື້ນ, ທັງແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນກາຍຍະສິນໜຸ່ມມີໂອກາດໄດ້ພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນ, ວິທີປະດິດສ້າງສິລະປະນຳກັນ.