ອັດງານບຸນໜັງສືພິມທົ່ວປະເທດປີ 2017
ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ
(vovworld) - ງານບຸນໜັງສືພິມທົ່ວປະເທດປີ 2017 ດຳເນີນແຕ່ວັນທີ 17 – 19/03 ໄດ້ກາຍເປັນຈຸດສຸມຂອງສື່ມວນຊົນໃນທົ່ວປະເທດ. ງານບຸນໜັງສືພິມຢືນຢັນເຖິງການພັດທະນາຢ່າງແຮງ, ການຂະຫຍາຍຕົວຂອງສື່ມວນຊົນ ຫວຽດນາມ ແມ່ນແຫ່ງເພື່ອໃຫ້ບັນດານັກຂ່າວພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວວິຊາການ, ວຽກງານສື່ມວນຊົນ, ແມ່ນໂອກາດພົບປະ, ສົນທະນາລະຫວ່າງບັນດານັກຂ່າວກັບນັກບໍລິຫານ ແລະ ມະຫາຊົນ ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງສະມາຄົມນັກຂ່າວ ຫວຽດນາມ ໃນຊີວິດສັງຄົມ. ກ່າວຄຳເຫັນທີ່ພິທີອັດງານບຸນໜັງສືພິມທົ່ວປະເທດ 2017 ເຊິ່ງດຳເນີນໃນຕອນເຊົ້າວັນທີ 19/03, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນວ່າ ບັນດາອົງການສື່ມວນຊົນ ແລະ ນັກຂ່າວທີ່ເຂົ້າຮ່ວມການພົບເຫັນ, ສ່ອງແສງຄວາມຈິງ, ພາວະວິໄສ, ມີລັກສະນະສ້າງສັນກ່ຽວກັບບັນດາປະກົດການໄພຫຍໍ້ທໍ້, ການສໍ້ລາດບັງຫລວງ, ການຟຸມເຟືອຍນັ້ນ ຍາມໃດກໍ່ຮັບການສະໜັບສະໜູນ, ປຸກລະດົມ ແລະ ປ້ອງກັນ ຈາກພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ ດ້ວຍການຮັບຜິດຊອບດ້ານການເມືອງ ແລະ ກົດໝາຍ.