ບັນດາຫົວໜ່ວຍໄດ້ຮັບລາງວັນ
(ພາບ: congly.com.vn)
|
(vovworld) – ງານບຸນໜັງສືພິມທົ່ວປະເທດປີ 2016 ດ້ວຍຫົວຂໍ້ “ອວຍພອນລະດູບານໃໝ່, ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຊົມເຊີຍ 30 ປີແຫ່ງການປ່ຽນໃໝ່ຂອງປະເທດຊາດ” ໄດ້ອັດລົງໃນຕອນບ່າຍວັນທີ 15/3, ພາຍຫຼັງດຳເນີນໄປເປັນເວລາ 3 ວັນ. ນີ້ເປັນຄັ້ງທຳອິດທີ່ງານບຸນໜັງສືພິມທົ່ວປະເທດໄດ້ຮັບການຈັດຕັ້ງ, ເຊິ່ງໄດ້ດຶງດູດກ່ວາ 400 ອົງການສື່ມວນຊົນໃນທົ່ວປະເທດເຂົ້າຮ່ວມ. ດ້ວຍ 26 ກຸ່ມສື່ມວນຊົນສູນກາງ ແລະ 12 ກຸ່ມສື່ມວນຊົນທ້ອງຖິ່ນທີ່ວາງສະແດງສື່ສິ່ງພິມກ່ວາ 700 ຢ່າງ, ລາຍການກະຈາຍສຽງ - ໂທລະພາບ ເກືອບ 100 ລາຍການ ແລະ ໜັງສືພິມສະບັບພິເສດໃນໂອກາດບຸນປີໃໝ່ປີວອກ, ໂຄສະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, 30 ປີແຫ່ງການປ່ຽນໃໝ່ປະເທດຊາດ, ໄດ້ເຮັດໃຫ້ງານບຸນທີ່ມີຊີວິດຊີວາ, ກາຍເປັນແຫ່ງເຕົ້າໂຮມບັນດາຜູ້ຮ່ວມອາຊີບ, ສ້າງເປັນວັດທະນະທຳທາງດ້ານຈິດໃຈທີ່ມີຄວາມປະທັບໃຈຂອງວົງການສື່ມວນຊົນ ຫວຽດນາມ. ໃນ 3 ວັນດຳເນີນ, ງານບຸນຍັງຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະ, ວາງສະແດງ, ກອງປະຊຸມສຳມະນາວິຊາຊີບເພື່ອຊ່ວຍໃຫ້ບັນດານັກຂ່າວເຂົ້າຮ່ວມແລກປ່ຽນບົດຮຽນ, ແລກປ່ຽນກັບທ່ານຜູ້ຟັງ, ຜູ້ອ່ານ.
ທີ່ພິທີອັດງານບຸນ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດາອົງການສື່ສານເຂົ້າຮ່ວມ, ມີຜະລິດຕະພັນທີ່ດີເດັ່ນ, ໃນນັ້ນ VOV ໄດ້ຮັບລາງວັນ “ລາຍການກະຈາຍສຽງ - ໂທລະພາບດຶງດູດ, ສ້າງຄວາມປະທັບໃຈດ້ວຍຫົວຂໍ້ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ 30 ປີແຫ່ງການປ່ຽນໃໝ່ປະເທດ” ແລະ ລາງວັນ “ເຂດວາງສະແດງໜັງສືພິມສະບັບອອກໃນໂອກາດບຸນປີໃໝ່ປະທັບໃຈ, ເປັນເອກະລັກສະເພາະ.”