ອັດຊຸດອົບຮົມສອນພາສາຫວຽດນາມຄັ້ງທຳອິດໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ອັດຊຸດອົບຮົມສອນພາສາຫວຽດນາມຄັ້ງທຳອິດໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ມອບໃບຢັ້ງຢືນ
ການສຶກສາໃຫ້ສຳມະນາກອນທີ່ດີເດັ່ນ

(vovworld) – ວັນ​ທີ 13/8, ຢູ່​ນະຄອນ​ຫລວງ ວຽງ​ຈັນ, ປະ​ເທດ ລາວ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ສົມທົບ​ກັບ​ສະຖານ​ທູດ ຫວຽດນາມ ປະຈຳ ລາວ ​ແລະ ອົງການ​ຕາງໜ້າ​ກະຊວງ​ຕຳຫລວດ​ ຫວຽດນາມ ປະຈຳ ລາວ, ຈັດ​ຕັ້ງ​ພິທີ​ອັດ​ຊຸດ​ອົບຮົມ​ສອນ​ພາສາ ຫວຽດນາມ ຄັ້ງ​ທຳອິດ ​ໃຫ້​ພະນັກງານ, ນັກຮົບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຈຳນວນ 28 ຄົນ. ພາຍ​ຫລັງ​​ຮຳ່ຮຽນ​ມາເປັນ​ເວລາ 6 ​ເດືອນ, ສຳ​ມະ​ນາກ​ອນ 28 ຄົນມີ​ຄວາມ​ສາມາດ​ແລກປ່ຽນດ້ວຍ​ພາສາ ຫວຽດນາມ ​ໄດ້, ພ້ອມ​ທັງສາມາດ​ຟັງ, ອ່ານ, ​ເວົ້າ, ຂຽນທີ່​ດີ​ພໍ​ສົມຄວນ​. ນີ້​ແມ່ນຊຸດ​ອົບ​ຮັບ​ສອນ​ພາສາ ຫວຽດນາມ ຊຸດ​ທຳ​ອິດ ຊຶ່ງ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົ​ບຈັດ​ຕັ້ງ, ດ້ວຍ​ຈຸດປະສົງ​ຍົກ​ສູງ​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ໃຫ້​ບັນດາ​ພະນັກງານ, ນັກຮົບ​ຂອງ​ກົມ​ໃຫຍ່, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ສົມທົບ​ກັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ແລະ ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ, ຮັກສາ ​ແລະ ​ເພີ່ມ​ພຸນ​ຄູນສ້າງ​ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ລາວ

ຂ່າວ/ບົດ​ອື່ນ