ອັດວາລະປະຊຸມຄັ້ງທີ38ຂອງຄະນະປະຈຳສະພາແຫ່ງຊາດ
ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: TTXVN)
(vovworld) – ວາລະປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງໃນຕອນບ່າຍວັນທີ 14/5, ຢູ່ ຮ່າໂນ້ຍ. ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບເລື່ອງໃຫ້ສັດຕະຍາບັນຂໍ້ຕົກລົງການຈັດຕັ້ງກົງຈັກ, ໜ້າທີ່, ສິດອຳນາດຂອງບັນດາຫົວໜ່ວຍໃນກົງຈັກຊ່ວຍວຽກຂອງສານປະຊາຊົນສູງສຸດ; ບັນຊີລາຍຊື່ກຳມະການສະພາຄັດເລືອກ, ຕິດຕາມກວດກາຜູ້ພິພາກສາແຫ່ງຊາດ; ຄາດຄະເນບຸກຄະລາກອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ໃຫ້ສັດຕະຍາບັນ, ສະເໜີແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ.
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບບັນດາໃບຍື່ນສະເໜີຂອງລັດຖະບານທີ່ກ່ຽວຂ້ອງເຖິງແຜນຮ່າງປັບປຸງເຂດບໍລິຫານຢູ່ບັນດາແຂວງ ແທງຮ໋ວາ, ຈ່າວິງ, ເຮົ້າຢາງ, ບີ່ງເຟືອກ, ຖ໋າຍງວຽນ, ບາກລຽວ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ບັນດາແຜນຮ່າງສະເໜີເປີດກ້ວາງລ້ວນແຕ່ສົມເຫດສົມຜົນ ຍ້ອນວ່ານີ້ແມ່ນບັນດາເຂດທີ່ພວມພັດທະນາຢ່າງແຮງ, ຮຽກຮ້ອງຕ້ອງໄດ້ຮັບການເປີດກ້ວາງ.
ກ່າວຄວາມເຫັນອັດວາລະປະຊຸມຄັ້ງທີ 38, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີອົງການຮຽບຮຽງສົມທົບກັບອົງການກວດກາ ແລະ ບັນດາອົງການກ່ຽວຂ້ອງ ຮີບເຮັ່ງຮັບເອົາບັນດາຄວາມເຫັນປຶກສາຫາລືທີ່ວາລະປະຊຸມ ເພື່ອປັບປຸງບັນດາເອກະສານກ່ອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຈະມາເຖິງ.