( vovworld ) – ໃນແຈ້ງຂ່າວຂອງສະຖານທູດອົດສຕາລີ ປະຈຳຫວຽດນາມ ໃນວັນທີ 9/5 ໃຫ້ຮູ້ວ່າ, ປີການເງິນ 2012 – 2013, ລັດຖະບານອົດສຕາລີ ຈະສະຫງວນເງິນປະມານ 3.200 ຕື້ດົງ ( ສະກູນເງິນຫວຽດນາມ ) ເພື່ອຊ່ວຍເຫຼືອການພັດທະນາຢ່າງເປັນທາງການໃຫ້ແກ່ຫວຽດນາມ… ທ່ານເອກອັກຄະລັດຖະທູດອົດສຕາລີ ປະຈຳຫວຽດນາມ Allaster Cox ໃຫ້ຮູ້ວ່າ ໂຄງການຊ່ວຍເຫຼືອຂອງອົດສຕາລີ ຢູ່ຫວຽດນາມ ສຸມໃສ່ເຂົ້າໃນ 5 ຂົງເຂດບຸລິມະສິດຄື: ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ, ຫຼຸດຜ່ອນການກະທົບທີ່ຍໍ້ທໍຈາກການປ່ຽນແປງຂອງດິນຟ້າອາກາດ, ຍົກສູງສຸຂະພາບວົງຄະນາຍາດໂດຍຜ່ານການສະໜອງນ້ຳສະອາດ ແລະ ອະນາໄມ, ໜູນຊ່ວຍການປະຕິຮູບດ້ານເສດຖະກິດ. ປີ 2013 ອົດສຕາລີ ກໍຈະສະໜອງທຶນສຶກສາພັດທະນາໃຫ້ແກ່ນັກສຶກສາຫວຽດນາມ 245 ຄົນ. ເພື່ອແນໃສ່ພັດທະນາຄວາມສາມາດໃຫ້ພົນລະເມືອງຫວຽດນາມ, ຊ່ວຍພົນລະເມືອງຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາປະເທດຊາດ.