ອິດສຣາແອນ ຖະແຫຼງ ປົກປ້ອງພົນທະຫານຕໍ່ໄພຖືກ ICC ຟ້ອງສານ
(ພາບປະກອບ: North Africa Post)
(vovworld) – ອິດສຣາແອນ ຈະບໍ່ປະໃຫ້ພົນທະຫານຂອງປະເທດນີ້ຖືກພິພາກສາຕໍ່ສານອາຍາສາກົນ (ICC) ທີ່ກ່ຽວຂ້ອງເຖິງບັນດາຄຳກ່າວຫາໂທດກຳສົງຄາມ. ຖະແຫຼງການດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີອິດສຣາແອນ Benjamin Netayahu ຍົກອອກມາ, ພາຍຫຼັງປາແລດສຕິນ ຍື່ນໃບຮ້ອງຂໍເຂົ້າເປັນສະມາຊິກ ICC, ນີ້ແມ່ນການກະທຳທີ່ເປີດຊ່ອງທາງໃຫ້ບັນດາມາດຕະການດ້ານກົດໝາຍເພື່ອຕ້ານອິດສຣາແອນ. ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ ໃນວັນທີ 04/01, ທ່ານນາຍົກລັດຖະມົນຕີ Benjamin Netayahu ຢືນຢັນວ່າ, ອິດສຣາແອນ ຈະປົກປ້ອງພົນທະຫານ ແລະ ພາລະກອນຂຶ້ນກັບກຳລັງປ້ອງກັນປະເທດອິດສຣາແອນ ຕໍ່ໜ້າການຟ້ອງສານຂອງ ICC. ເລື່ອງ ປາແລດສຕິນ ຂໍເຂົ້າເປັນສະມາຊິກ ICC ເຮັດໃຫ້ອິດສຣາແອນ ມີບັນດາການກະທຳໂຕ້ຕອບຄືໃນວັນທີ 03/01 ຜ່ານມາ, ອິດສຣາແອນ ຕົກລົງໂຈະການມອບເງິນພາສີປະຈຳເດືອນທີ່ມີມູນຄ່າ 127 ລ້ານ USD ໃຫ້ປາແລດສຕິນ. ຕາມແຜນການ, ຈຳນວນເງິນໃນເດືອນ 12/2014 ຕ້ອງມອບໃຫ້ປາແລດສຕິນ ໃນວັນທີ 02/01.