ອົດສະຕາລີອຸປະຖຳ ໃຫ້ ປຊຊ ເຂດປະສົບ ກັບຄວາມຫຍຸ້ງຍາກຂອງ ຫວຽດນາມ ວັນເສົາ ທີ 27 ກໍລະກົດ ຄ.ສ. 2013 | 16:20:24 (ພາບປະກອບ) (vovworld)- ວັນທີ 26/7, ສະຖານທູດອົດສະຕາລີ ປະຈຳຮ່າໂນ້ຍ ໃຫ້ຮູ້ວ່າ: ໄດ້ກະກຽມພິຈາລະນາໂຄງການອຸປະຖຳໂດຍກົງ (DAP) ປີ 2013-2014 ໃຫ້ບັນດາໂຄງການຢູ່ເຂດພາກເໜືອຫວຽດນາມ. ທ່ານ Hugh Borrowman ເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ”ຜ່ານການອຸປະຖຳ DAP, ບັນດາໂຄງການໜ້ອຍ ງ່າຍດາຍ ອາດຈະຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຄົມປະສົບກັບຄວາມຫຍຸ້ງຍາກ. ໂຄງການ DAP ໄດ້ໜູນຊ່ວຍຢ່າງແທດຈິງ ແລະ ມີປະສິດທິຜົນໃນບັນດາຂົງເຂດຄື: ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ການສຶກສາ, ສຸຂະພາບ, ຄົນພິການ….”. ໂຄງການ DAP ສະຫງວນໃຫ້ບັນດາສ່ວນບຸກຄົນ, ອົງການຈັດຕັ້ງປະຊາຄົມ, ອົງການບໍ່ຂຶ້ນກັບລັດຖະບານ, ສະຖານບັນຄົ້ນຄ້ວາ, ຫໍສະໝຸດ, ຫໍພິພິທະພັນ ແລະ ອົງການອື່ນໆເຂົ້າຮ່ວມການເຄື່ອນໄຫວພັດທະນາຢູ່ຫວຽດນາມ ບົນພື້ນຖານບໍ່ຮັບກຳໄລ. ກອງທຶນ DAP ແມ່ນສ່ວນໜຶ່ງໃນການໜູນຊ່ວຍ ພ້ອມກັບການອຸປະຖຳສອງຝ່າຍຂອງລັດຖະບານອົດສະຕາລີ ໃຫ້ແກ່ຫວຽດນາມ. ໃນປີງົບປະມານ 2012-2013, ສະຖານທູດອົດສະຕາລີ ໄດ້ໜູນຊ່ວຍ 12 ໂຄງການ ໃນ 11 ແຂວງນະຄອນທາງພາກເໜືອ ຫວຽດນາມ. Tag ເຂດພາກເໜືອ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ