ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລະ ທ່ານນາຍົກ
ລັດຖະມົນຕີ ອົດສະຕາລີ Tony Abbott
ພາບ:thoibao.com
|
(vovworld)- ນັ້ນແມ່ນຄຳຢືນຢັນຂອງທ່ານ ເລຮ່ວາຍຈູງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມອົດສະຕາລີ ແລະ ນິວເຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ອົດສະຕາລີ ແລະ ນີວເຊີແລນ ໄດ້ເຫັນດີຍົກການພົວພັນກັບຫວຽດນາມ ຂຶ້ນສູ່ລະດັບສູງໃຫມ່, ມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດ. ນີ້ເປັນຂີດໝາຍມໃຫມ່ທີ່ສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດດັ່ງກ່າວ. ການນຳສອງປະເທດ ໄດ້ເຫັນດີກັບຫວຽດນາມ ກ່ຽວກັບຄວາມຈຳເປັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ຢູ່ ອາຊີ ປາຊີຟີກ. ການຢ້ຽມຢາມອົດສະຕາລີ ແລະ ນີວເຊີແລນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໝາກຜົນສຳຄັນຫລາຍຢ່າງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເປີດຫນ້າປະຫວັດສາດໃຫມ່ໃຫ້ແກ່ການພັດທະນາຂອງການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບສອງປະເທດດັ່ງກ່າວໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ວັນທີ 19-20/3, ຊື່ມວນຊົນ ນີວເຊີແລນ ໄດ້ລົງພິມຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມນີວເຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍຄືບັນດາໝາກຜົນບັນລຸໄດ້ໃນການຢ້ຽມຢາມ.