ອົດ​ສະ​ຕາ​ລີ - ຫວຽດ​ນາມ ປະ​ກາດ​ແຜນ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ

(VOVWORLD) -   ວັນທີ 21 ທັນວາ, ລັດຖະບານ ອົດສະຕາລີ ແລະ ຫວຽດນາມ ໄດ້ປະກາດຍຸດທະສາດເພີ່ມທະວີການເຊື່ອມຕໍ່ເສດຖະກິດ, ພ້ອມທັງສ້າງແຜນການຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ອົດ​ສະ​ຕາ​ລີ - ຫວຽດ​ນາມ ປະ​ກາດ​ແຜນ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ - ảnh 1(ພາບປະກອບ: TTXVN)

ທ່ານ Dan Tehan ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ອົດສະຕາລີ ສະແດງຄວາມຊົມເຊີຍຕໍ່ຍຸດທະສາດ ແລະ ຖືວ່າ ນີ້ແມ່ນພື້ນຖານເພື່ອໃຫ້ການລົງທຶນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ເພີ່ມຂຶ້ນທົບ 2 ເທົ່າ ແລະ ກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ, ເປີດກາລະໂອກາດນຳເອົາເຊິ່ງຜົນປະໂຫຍດມາໃຫ້ທັງສອງຝ່າຍ ແລະ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ, ພິເສດແມ່ນໃນບັນດາຂົງເຂດຕົ້ນຕໍຄືການສຶກສາ, ຊັບພະຍາກອນທຳມະຊາດ, ກະສິກຳ, ການຜະລິດ ແລະ ເສດະກິດດີຈີຕອນ.

        ສ່ວນທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຊື່ອໝັ້ນວ່າ ຜົນສຳເລັດຂອງການບັນລຸໄດ້ບັນດາເປົ້າໝາຍລວມຂອງຍຸດທະສາດຈະຍົກທີ່ຕັ້ງທາງດ້ານເສດຖະກິດຂອງ ຫວຽດນາມ ແລະ ອົດສະຕາລີ ສູງຂຶ້ນກວ່າອີກ, ປະກອບສ່ວນເຂົ້າໃນການຮັກສາຄວາມປອດໄພ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນລວມຂອງພາກພື້ນ ອາຊີ - ປາຊີຟິກ.

        ເພື່ອບັນລຸໄດ້ເປົ້າໝາຍເຊິ່ງຍຸດທະສາດໃໝ່ໄດ້ວາງອອກນັ້ນ, ການຄ້າລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ຄວນເພີ່ມທະວີການແລກປ່ຽນການຄ້າກັບຄູ່ຮ່ວມມືອື່ນຫຼາຍກວ່າອີກ, ໃນຂະນະທີ່ການລົງທຶນສອງຝ່າຍຕ້ອງເພີ່ມຂຶ້ນທົບ 2 ເທົ່ານັບແຕ່ 2,17 ຕື້ AUD (1,55 ຕື້ USD) ໃນເດືອນ ທັນວາ 2020 ຂຶ້ນເປັນ 4,36 ຕື້ AUD (3,11 ຕື້ USD).


ຕອບກັບ

ຂ່າວ/ບົດ​ອື່ນ