ອິດສະຣາແອນກໍ່ສ້າງກຳແພງລຽບຕາມເຂດກາຊາ
(ພາບ: AP)
(vovworld) – ຕາມແຫຼ່ງຂ່າວຈາກໜັງສືພິມ Ynet (ອິດສະຣາແອນ), ກອງທັບ ອິດສະຣາແອນ (IDF) ໄດ້ເລີ່ມລົງມືກໍ່ສ້າງລະບົບກຳແພງດ້ວຍເບຕົງ ລຽບຕາມເສັ້ນຊາຍແດນຕິດກັບເຂດກາຊາ, ໃນປະຈຸບັນໂດຍຂະບວນການ Hamas ຄວບຄຸມ. ລະບົບກຳແພງເບຕົງດັ່ງກ່າວມີລວງຍາວ 96 ກ.ມ, ຈະຕັ້ງຜ່ານບັນດາເຂດດິນແດນຕິດກັບເຂດກາຊາ ແລະ ຄ້າໃຊ້ຈ່າຍໃນການກໍ່ສ້າງ ຄາດວ່າປະມານ 531 ລ້ານ USD. ອິດສະຣາແອນ ໃຫ້ຮູ້ວ່າ, ຈຸດປະສົງຂອງໂຄງການນີ້ແມ່ນເພື່ອແນໃສ່ສະກັດກັ້ນບັນດາໄພນາບຂູ່ດ້ານຄວາມໝັ້ນຄົງຈາກ ກາຊາ ສຳລັບປະເທດນີ້. ເສນາທິການໃຫຍ່ກອງທັບອິດສະຣາແອນ Gadi Eisencott ເນັ້ນໜັກວ່າ, ນີ້ແມ່ນໂຄງການໃຫຍ່ທີ່ສຸດທີ່ໄດ້ຮັບການຜັນຂະຫຍາຍໃນປະຫວັດສາດຂອງກອງທັບປະເທດນີ້.