(ພາບປະກອບ: AFP/TTXVN)
(vovworld) - ວັນທີ 22/9, ວົງການເຈົ້າໜ້າທີ ອິດສະຣາແອນ, ໃຫ້ຮູ້ວ່າ, ຕຳຫຼວດປະເທດນີ້ໄດ້ ຈັບຕົວຊາວ ປາແລດສະຕີນ ເກືອບ 50 ຄົນໃນການປະທະກັນຄັ້ງຕ່າງໆຢູ່ຝັ່ງຕາເວັນຕົກແມ່ນຳ້ ຈໍແດນ ແລະ Jerusalem ຕາເວັນອອກ ໃນ 2 ວັນຜ່ານມາ, ເລື່ອງເພີ່ມທະວີບັນດາການກະທຳຈັບຕົວຊາວ ປາແລດສະຕີນ ຂອງຕຳຫຼວດ ແລະ ທະຫານ ອິດສະຣາແອນ ດຳເນີນໄປໃນສະພາບການທີ່ຝັ່ງຕາເວັນຕົກແມ່ນຳ້ຈໍແດນ ແລະ Jerusalem ພວມເພີ່ມທະວີບັ້ນບຸກໂຈມຕີໃສ່ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ໃນສັບປະດາຜ່ານມາ. ສະເພາະຄຳ່ຄືນວັນທີ 20-21/9, ຕຳຫຼວດອິດສະຣາແອນ ໄດ້ຈັບຕົວ 23 ຄົນຢູ່ Jerusalem ຕາເວັນອອກ ແລະ ຄ້າຍລີ້ໄພ Shuafat ດ້ວຍຄຳກ່າວຫາວ່າໄດ້ເຂົ້າຮ່ວມການຈະລາຈົນ ແລະ ແກວ່ງຫີນ “ຕ້ານສາມັນຊົນ ແລະ ກຳລັງປ້ອງກັນຄວາມສະຫງົບ“.ໃນຂະນະນັ້ນ, ຢູ່ຝັ່ງຕາເວັນຕົກແມ່ນຳ້ຈໍແດນ, ບັນດາພົນທະຫານ ອິດສະຣາແອນ ໄດ້ຈັບຕົວຊາວ ປາແລດສະຕີນ ອື່ນອີກ 23 ຄົນ.