ອິດສະຣາແອັນຍິງລູກສອນໄຟຫຼາຍລູກແນໃສ່ຊີຣີ

(VOVWORLD) -ວັນທີ 11 ມັງກອນ, ສຳນັກຂ່າວສານ SANA ຂອງຊີຣີ ໃຫ້ຮູ້ວ່າ, ບັນດາເຮືອບິນສູ້ຮົບຂອງອິດສະຣາແອັນ ໄດ້ຍິງລູກສອນໄຟຫຼາຍລູກແນໃສ່ບັນດາເປົ້າໝາຍຢູ່ນະຄອນຫຼວງ Damascus.

ຫຼັງຈາກນັ້ນ, ບັນດາລະບົບປ້ອງກັນອາກາດຂອງຊີຣີ ໄດ້ຍິງສະກັດລູກສອນໄຟຕົກຫຼາຍລູກ. ຖະແຫຼງການຂອງ SANA ໄດ້ຄັດມາຈາກແຫຼ່ງຂ່າວດ້ານການທະຫານໂດຍໃຫ້ຮູ້ວ່າ, ໝາກຜົນຂອງການເກາະຜິດດັ່ງກ່າວມາຮອດປະຈຸບັນແມ່ນພຽງແຕ່ຍິງຖືກສາງເກັບມ້ຽນສິນຄ້າແຫ່ງດຽວທີ່ສະໜາມບິນຢູ່ນະຄອນຫຼວງ Damascus ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ