ອິດສະຣາແອັນ ຢືນຢັນການປະທະກັນກັບ ຮາມາດ ຍັງຈະແກ່ຍາວ
ບາທີ, ນັກຂ່າວ VOV ປະຈຳ ອີຢິບ -  
(VOVWORLD) - ມີພຽງແຕ່ການສືບຕໍ່ບຸກໂຈມຕີໃສ່ເຂດ ກາຊາ ຈຶ່ງຈະກໍ່ຄວາມກົດດັນບັງຄັບໃຫ້ກຳລັງ ຮາມາດ ປ່ອຍບັນດາຕົວປະກັນເປັນອິດສະຫຼະ.
ການປະທະກັນກັບ ຮາມາດ ຍັງຈະແກ່ຍາວ
(ພາບ: IDF)
|
ວັນທີ 25 ທັນວາ, ທ່ານລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢືນຢັນວ່າ, ການປະທະກັນກັບ ຮາມາດ ຍັງຈະແກ່ຍາວ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອິດສະຣາແອັນ, ທ່ານ Benjamin Netanyahu ຊີ້ແຈ້ງວ່າ, ມີພຽງແຕ່ການສືບຕໍ່ບຸກໂຈມຕີໃສ່ເຂດ ກາຊາ ຈຶ່ງຈະກໍ່ຄວາມກົດດັນບັງຄັບໃຫ້ກຳລັງ ຮາມາດ ປ່ອຍບັນດາຕົວປະກັນເປັນອິດສະຫຼະ. ທ່ານກໍ່ປະຕິເສດຂໍ້ມູນຂ່າວທີ່ວ່າ ລັດຖະບານ ອິດສະຣາແອັນ ອາດຈະຮຽກຮ້ອງການຢຸດຍິງກັບ ຮາມາດ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອີຣານ Hossein Amir-Abdollahian ກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ເຂດ ກາຊາ, ກໍຄືຄວາມມານະພະຍາຍາມເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢ່າງສິ້ນເຊີງຢູ່ເຂດດິນແດນຂອງ ປາແລັດສະຕິນ, ພ້ອມທັງຮຽກຮ້ອງສ້າງຕັ້ງກົນໄກຂອງສະຫະປະຊາຊາດ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສຳຜັດ ແລະ ຕິດຕາມກວດກາເຄື່ອງໜູນຊ່ວຍມະນຸດສະທຳ.
ບາທີ, ນັກຂ່າວ VOV ປະຈຳ ອີຢິບ